ຮອງປະທານາທິບໍດີອາເມຣິກາເລີ່ມເຄື່ອນໄຫວຫາສຽງເລືອກຕັ້ງປະທານາທິບໍດີພາຍຫຼັງທ່ານໂຈໄບເດັນຖອນຕົວອອກຈາກການເລືອກຕັ້ງ

2024-07-24 10:46:26 cri



ວັນທີ23ກໍລະກົດນີ້, ທ່ານນາງກາເມລາ ເດວີ ແຮຣິສ (Kamala Devi Harris)ຮອງປະທານາທິບໍດີອາເມຣິກາໄດ້ຈັດການໂຄສະນາຫາສຽງຢູ່ນະຄອນມິນໂວຄີ ລັດວິສຄອນຊິນ ອາເມຣິກາ ເຊິ່ງເປັນກິດຈະກຳຫາສຽງເພື່ອແຂ່ງຂັນເລືອກຕັ້ງປະທານາທິບໍດີຄັ້ງທຳອິດຂອງທ່ານນາງ ແຮຣິສ ພາຍຫຼັງທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາປະກາດຖອນຕົວອອກຈາກການເລືອກຕັ້ງ ພ້ອມທັງຢືນຢັນຈະອອກແຮງຢ່າງສຸດຄວາມສາມາດເພື່ອສະໜັບສະໜູນການສະເໜີຊື່ທ່ານນາງແຮຣິສໃຫ້ເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກເດໂມແຄຣດ.

ອີງຕາມຜົນການສຳຫຼວດຄວາມເຫັນຂອງປະຊາຊົນທີ່ຂ່າວສານຣອຍເຕີຂອງອັງກິດແລະ ບໍລິສັດອິບໂຊສ(Ipsos)ຂອງຝຣັ່ງ ເຊິ່ງເປັນກຸ່ມບໍລິສັດຄົ້ນຄວ້າຕະຫຼາດລະດັບແຖວໜ້າຂອງໂລກໄດ້ຮ່ວມກັນດຳເນີນນັ້ນ ສະແດງໃຫ້ເຫັນວ່າ: ປັດຈຸບັນ, ທ່ານນາງແຮຣິສໄດ້ຮັບຄວາມນິຍົມນຳໜ້າທ່ານໂດນັນ ທຣຳ ຜູ້ສະໝັກຮັບເລືອກຕັ້ງຂອງພັກຣີພັບປລີກັນພຽງແຕ່ໜ້ອຍດຽວຄື 2%ເທົ່ານັ້ນ. ອີງຕາມຜົນການຢັ່ງຫາງສຽງປະຊາຊົນ, ພາຍຫຼັງທ່ານໂຈໄບເດັນປະກາດຖອນຕົວອອກຈາກການເລືອກຕັ້ງແລ້ວ, ທ່ານນາງແຮຣິສໄດ້ຮັບສຽງສະໜັບສະໜູນຈາກປະຊາຊົນຢູ່ລະດັບ 44% ໃນວັນທີ22ກໍລະກົດນີ້, ສ່ວນ ທ່ານໂດນັນ ທຣຳໄດ້ຮັບສຽງສະໜັບສະໜູນຈາກປະຊາຊົນຢູ່ລະດັບ42%ໃນວັນທີ23ກໍລະກົດນີ້.