ທ່ານຫວາງຮູ້ນິງ ຈະນຳພາຄະນະຜູ້ແທນພັກຄອມມູນິດຈີນເດີນທາງໄປຫວຽດນາມເພື່ອເຂົ້າຮ່ວມພິທີໄວ້ອາໄລຕໍ່ການເຖິງແກ່ມໍລະນະກຳຂອງທ່ານຫງວຽນຟູຈ້ອງ

2024-07-24 11:18:23 cri

    ວັນທີ 24 ກໍລະກົດນີ້, ທ່ານຫູຈ້າວມິງ ໂຄສົກຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນເປີດເຜີຍໃຫ້ຮູ້ວ່າ: ທ່ານຫວາງຮູ້ນິງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ປະທານສະພາເປີກສາການເມືອງປະຊາຊົນແຫ່ງຊາດຈີນຈະເປັນຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນນຳພາຄະນະຜູ້ແທນພັກຄອມມູນິດຈີນເດີນທາງໄປນະຄອນຫຼວງຮ່າໂນ້ຍຂອງຫວຽດນາມລະຫວ່າງວັນທີ 25 ຫາ 26 ກໍລະກົດນີ້, ເພື່ອເຂົ້າຮ່ວມພິທີໄວ້ອາໄລຕໍ່ການເຖິງແກ່ມໍລະນະກຳຂອງທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ.