ການເລືອກຕັ້ງລັດຖະສະພາຊຸດໃໝ່ຂອງເຢຍລະມັນຈະຈັດຂຶ້ນໃນເດືອນກັນຍາປີ 2025

2024-07-25 11:08:50 CRI

 

   ມີສື່ມວນຊົນລາຍງານໃນວັນທີ 24 ກໍລະກົດນີ້ວ່າ: ການເລືອກຕັ້ງລັດຖະສະພາຊຸດໃໝ່ຂອງເຢຍລະມັນຈະຈັດຂຶ້ນໃນວັນທີ 28 ກັນຍາ 2025.


   ຕາມຂ່າວແຈ້ງໃຫ້ຮູ້ວ່າ: ສໍາລັບເວລາການຈັດເລືອກຕັ້ງລັດຖະສະພາຊຸດໃໝ່ຂອງເຢຍລະມັນທີ່ແນ່ນອນແມ່ນຈະສະເໜີໂດຍຄະນະລັດຖະບານເຢຍລະມັນ, ຫຼັງຈາກນັ້ນຈຶ່ງຈະມອບໃຫ້ປະທານາທິບໍດີເຢຍລະມັນຕົກລົງໃນຂັ້ນສຸດທ້າຍ. ເຖິງວ່າປັດຈຸບັນນີ້ ທ່ານ ແຟຣງ ວໍເຕີ ສະເຕນມາຍເອີ ປະທານາທິບໍດີເຢຍລະມັນຍັງບໍ່ທັນປະກາດຢ່າງເປັນທາງການເທື່ອກໍຕາມ, ແຕ່ໂດຍທົ່ວໄປແລ້ວ, ທ່ານຈະປະຕິບັດຕາມຂໍ້ສະເໜີຂອງຄະນະລັດຖະບານ.


   ສິ່ງທີ່ໜ້າສົນໃຈຄື: ທ່ານ ໂອລັຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວລະດູຮ້ອນປະຈໍາປີທີ່ຈັດຂຶ້ນໃນມື້ດຽວກັນວ່າ: ຕົນຈະສະແຫວງຫາການຊີງຕຳແໜ່ງນາຍົກລັດຖະມົນຕີອີກສະໄໝໃນການເລືອກຕັ້ງທົ່ວໄປໃນປີໜ້າ.