ທ່ານສີຈິ້ນຜິງ: “ມີຄວາມສາມັກຄີຫຼາຍກວ່າເກົ່າ” ທີ່ຂະບວນການໂອລິມປິກສົ່ງເສີມນັ້ນເປັນສິ່ງທີ່ຍຸກປັດຈຸບັນຕ້ອງການທີ່ສຸດ”

2024-07-25 15:41:36 cri



ເດືອນກໍລະກົດນີ້ ພໍດີຢູ່ໃນໄລຍະກາງລະດູຮ້ອນຂອງຝຣັ່ງ, ງານກິລາໂອລິມປິກປາຣີທີ່ຝຣັ່ງເປັນເຈົ້າພາບຈະໄຂຂຶ້ນໃນວັນທີ27ກໍລະກົດນີ້ຢູ່ແຄມຝັ່ງແມ່ນ້ຳແຊນ(Seine River).

 

ກ່ອນໜ້ານີ້ 3 ປີ, ກ່ອນທີ່ງານກິລາໂອລິມປິກໂຕກຽວໃກ້ຈະໄຂຂຶ້ນ, ກອງປະຊຸມຄົບຄະນະຄັ້ງທີ138ຂອງຄະນະກຳມະການໂອລິມປິກສາກົນໄດ້ລົງຄະແນນສຽງຜ່ານຮັບຮອງການປັບປຸງຄຳຂວັນໂອລິມປິກທີ່ນຳໃຊ້ມາເປັນເວລາ108ປີນັ້ນໃຫ້ເປັນຄຳວ່າ: “ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ -ມີຄວາມສາມັກຄີຫຼາຍກວ່າເກົ່າ ”.

 

ໃນຖານະເປັນສິ່ງສຳຄັນທີ່ສ່ອງແສງເຖິງຄຸນຄ່າດ້ານຈິດໃຈທີ່ສົ່ງເສີມໂດຍຂະບວນການໂອລິມປິກນັ້ນ, ຕະຫຼອດໄລຍະໜຶ່ງສະຕະວັດກວ່າຜ່ານມານີ້, ຄຳຂວັນໂອລິມປິກທີ່ວ່າ “ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ” ແມ່ນໄດ້ເຂົ້າສູ່ຈິດໃຈຂອງຊາວໂລກຢ່າງເລິກເຊິ່ງແລ້ວ.

 

ສ່ວນຄຳວ່າ “ມີຄວາມສາມັກຄີຫຼາຍກວ່າເກົ່າ” ທີ່ເພີ່ມເຂົ້າໃໝ່ໃນຄຳຂວັນໂອລິມປິກນັ້ນ, ໄດ້ໃຊ້ເຄື່ອງໝາຍຂີດຕໍ່ເພື່ອເຊື່ອມຕໍ່ກັບຄຳວ່າ “ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ” ໂດຍເປັນການເນັ້ນໜັກຄຳທີ່ເພີ່ມເຂົ້າໃໝ່ຕື່ມອີກ ເຊິ່ງ ສະແດງໃຫ້ເຫັນເຖິງຄວາມຮັບຮູ້ຕໍ່ຄຳຂວັນທີ່ອະມະຕະຂອງໂອລິມປິກກັບພາລະກຳໃໝ່ຂອງຈິດໃຈໂອລິມປິກຄື:

 

      “ມີຄວາມສາມັກຄີຫຼາຍກວ່າເກົ່າ” ບໍ່ພຽງແຕ່ໄດ້ບຸກທະລຸເປົ້າໝາຍໃນການແຂ່ງຂັນກິລາທີ່ວ່າ “ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ” ເທົ່ານັ້ນ, ຍັງຖືກຖືເປັນເປົ້າໝາຍທີ່ຄວນບັນລຸ ແລະ ສະແຫວງຫາພາຍໃຕ້ບົດບາດຂອງກຳລັງແຮງສັງລວມຈາກການທີ່ “ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ”.

 

   ສາມາດເວົ້າໄດ້ວ່າ: “ມີຄວາມສາມັກຄີຫຼາຍກວ່າເກົ່າ” ບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນເຖິງທ່າອ່ຽງລວມຂອງຍຸກສະໄໝເທົ່ານັ້ນ, ຍັງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາດຖະໜາຮ່ວມຂອງປະຊາຊົນບັນດາປະເທດຢູ່ໃນໂລກນຳອີກ.

 

ຄືດັ່ງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໜັກໃນໂອກາດຕ້ອນຮັບທ່ານໂທມາສ ບາກສ (Thomas Bach)ປະທານຄະນະກຳມະການໂອລິມປິກສາກົນເມື່ອວັນທີ25ມັງກອນ2022ວ່າ: “ມີຄວາມສາມັກຄີຫຼາຍກວ່າເກົ່າ” ທີ່ຂະບວນການໂອລິມປິກສົ່ງເສີມນັ້ນເປັນສິ່ງທີ່ຍຸກປັດຈຸບັນຕ້ອງການທີ່ສຸດ. ບັນດາປະເທດຢູ່ໃນໂລກຖ້າວ່າຕ່າງຢູ່ພໍໃຜພໍມັນໃນເຮືອນ້ອຍ190ກວ່າລຳ, ຍັງບໍ່ເທົ່າກັບການຢູ່ໃນເຮືອນໃຫຍ່ລຳດຽວເພື່ອຮ່ວມກັນຊົມໃຊ້ອະນາຄົດທີ່ດີງາມກວ່າເກົ່າ.”

 

ໃນຍຸກປັດຈຸບັນທີ່ພວມປະເຊີນກັບການປ່ຽນແປງຂອງໂລກ,ການປ່ຽນແປງຂອງຍຸກສະໄໝ ແລະ ການປ່ຽນແປງທາງດ້ານປະຫວັດສາດ, ບໍ່ວ່າປະເທດໃດກໍຕາມແມ່ນບໍ່ສາມາດຮັບມືກັບສິ່ງທ້າທາຍອັນໜັກໜ່ວງທີ່ທົ່ວສັງຄົມມະນຸດພວມປະເຊີນຢູ່ນັ້ນໄດ້ພຽງລຳພັງແຕ່ຝ່າຍດຽວ. ທ່ານສີຈິ້ນຜິງໄດ້ໃຊ້ຄຳປຽບທຽບທີ່ວ່າ “ເຮືອນ້ອຍ” ແລະ “ເຮືອໃຫຍ່” ເພື່ອຊີ້ແຈງເຖິງເນື້ອໃນອັນສຳຄັນຂອງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຄື: ບັນດາປະເທດໄດ້ຮ່ວມຊາຕາກຳນຳກັນ ຈຶ່ງຕ້ອງການຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສະໜັບສະໜູນເຊິ່ງກັນແລະກັນ.

 

ໃນເວລາຈັດງານລ້ຽງຕ້ອນຮັບແຂກເມືອງຜູ້ມີກຽດທີ່ເຂົ້າຮ່ວມພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງ2022, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກອີກເທື່ອໜຶ່ງວ່າ: ຂະບວນການໂອລິມປິກໄດ້ບັນຈຸຄວາມປາດຖະໜາອັນດີງາມຂອງມວນມະນຸດທີ່ຢາກສະແຫວງຫາສັນຕິພາບ, ຄວາມສາມັກຄີ ແລະ ຄວາມກ້າວໜ້າ. ເພິ່ນຍັງສົ່ງເສີມໃຫ້ “ເສີມຂະຫຍາຍຈິດໃຈຂະບວນການໂອລິມປິກ, ສາມັກຄີກັນຮັບມືກັບສິ່ງທ້າທາຍຮ່ວມຂອງປະຊາຄົມໂລກ” ແລະ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.”

ໂອລິມປິກລະດູໜາວປັກກິ່ງເປັນງານກິລາໂອລິມປິກລະດູໜາວຄັ້ງທຳອິດຫຼັງຈາກຄຳຂວັນໂອລິມປິກໄດ້ເພີ່ມຄຳໃໝ່ຄື  “ມີຄວາມສາມັກຄີຫຼາຍກວ່າເກົ່າ” ເຂົ້າໄປ. ສ່ວນຄຳຂວັນປະຈຳງານກິລາໂອລິມປິກລະດູໜາວປັກກິ່ງທີ່ວ່າ “ກ້າວໄປສູ່ອະນາຄົດພ້ອມກັນ” ແມ່ນແທດເໝາະ ແລະ ເຊື່ອມໂຍງເຂົ້າກັບຄຳວ່າ  “ມີຄວາມສາມັກຄີຫຼາຍກວ່າເກົ່າ” ເປັນຢ່າງດີແລະສົມເຫດສົມຜົນທີ່ສຸດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາດຖະໜາອັນດີງາມຂອງປະຊາຊົນຈີນກັບປະຊາຊົນທົ່ວໂລກຊ່ວຍເຫຼືອເຊິ່ງກັນແລະກັນເພື່ອຮ່ວມກັນສ້າງອະນາຄົດ.

 

ຕໍ່ໜ້າສະພາບການສາກົນທີ່ສະຫຼັບສັບຊ້ອນ, ຂະບວນການກິລາມັກຈະສາມາດເສີມຂະຫຍາຍບົດບາດພິເສດໄດ້ຢູ່ເລື້ອຍໆ.

ຕົວຢ່າງ: ຈາກ “ການທູດປິ່ງປ໋ອງ”ເມື່ອປີ1971ທີ່ໄດ້ສ້າງເລື່ອງລາວທີ່ໜ້າປະທັບໃນປະຫວັດສາດການຕ່າງປະເທດຂອງຈີນຄື ກິລາປິ່ງປ໋ອງໄດ້ຊຸກຍູ້ການພັດທະນາການພົວພັນຈີນ-ອາເມຣິກາເຊິ່ງໄດ້ສ້າງຜົນສະທ້ອນຕໍ່ສະພາບການຂອງໂລກໃນເວລານັ້ນ ຈົນຮອດ ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເຕົ້າໂຮມຄວາມໝັ້ນໃຈ ແລະ ກຳລັງແຮງສັງລວມຂອງບັນດາປະເທດຢູ່ໃນໂລກເພື່ອຮ່ວມກັນຜ່ານຜ່າຟ້າຝົນລົມແຮງ ແລະ ມຸ່ງໜ້າສູ່ອະນາຄົດ ຕະຫຼອດຮອດ ທ່ານສີຈິ້ນຜິງ ປະທານປະເທດຈີນພົບປະກັບບັນດາຜູ້ນຳຕ່າງປະເທດທີ່ມາເຂົ້າຮ່ວມພິທີເປີດງານມະຫາກຳກິລາເອຊຽນເກມຫ່າງໂຈ່ວ2023ຢູ່ຈີນ ໂດຍໄດ້ບັນລຸຄວາມເຫັນເປັນເອກະພາບກັນທີ່ສຳຄັນໃນດ້ານຕ່າງໆເຊັ່ນ: ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະອື່ນໆ. ຈາກສິ່ງນີ້ຈຶ່ງເຫັນໄດ້ວ່າ: “ເຂົ້າໃຈກັນ, ມິດຕະພາບ ແລະຄວາມສາມັກຄີ” ໄດ້ກາຍເປັນໝາຍເຫດອັນສຳຄັນທີ່ອະທິບາຍຈິດໃຈໂອລິມປິກຢູ່ນອກສະໜາມແຂ່ງຂັນ.

 

ຊຸມປີຜ່ານມານີ້, ການປ່ຽນແປງຂອງດິນຟ້າອາກາດ, ສະພາບສູນເສຍ ຊີວະນາໆພັນ, ການຫັນເປັນທະເລຊາຍຮຸນແຮງຂຶ້ນໄດ້ພາໃຫ້ເກີດເຫດການທີ່ເກີດຈາກອາກາດຮ້າຍແຮງຢູ່ເລື້ອຍໆ ເຊິ່ງໄດ້ສ້າງສິ່ງທ້າທາຍອັນຂ້ຽວຂາດໃຫ້ແກ່ການຄົງຕົວ ແລະ ການພັດທະນາຂອງມວນມະນຸດ. ການຟື້ນຟູໂດຍລວມຂອງເສດຖະກິດໂລກຍັງປະເຊີນກັບແຮງກົດດັນດ້ານໂຄງປະກອບ; ລັດທິຝ່າຍດຽວ, ລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດຍັງມີຢູ່ຄືເກົ່າ.

 

ບັນຫາລັກສະນະທົ່ວໂລກເຫຼົ່ານີ້ແມ່ນບໍ່ສາມາດແກ້ໄຂໄດ້ໂດຍອາໄສພຽງປະເທດດຽວ. “ມີຄວາມສາມັກຄີຫຼາຍກວ່າເກົ່າ” ທີ່ຂະບວນການໂອລິມປິກສົ່ງເສີມນັ້ນເປັນສິ່ງທີ່ຍຸກປັດຈຸບັນຕ້ອງການທີ່ສຸດ” ເຊິ່ງສິ່ງນີ້ບໍ່ພຽງແຕ່ເປັນນ້ຳໃຈອັນລ້ຳຄ່າໃນຂົງເຂດກິລາເທົ່ານັ້ນ, ຍັງເປັນເປົ້າໝາຍຮ່ວມທີ່ປະຊາຊົນບັນດາປະເທດປາດຖະໜາ ແລະ ສະແຫວງຫາທີ່ສຸດ.