ນາຍົກອິດສະຣາແອນກ່າວວ່າຈະສືບຕໍ່ປະຕິບັດການເຄື່ອນໄຫວດ້ານການທະຫານ

2024-07-25 10:48:48 cri

ຕອນບ່າຍວັນທີ 24 ກໍລະກົດນີ້, ທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນໄດ້ກ່າວປາໄສຕໍ່ລັດຖະສະພາອາເມຣິກາ.

ທ່ານເນທັນຢາຮູ ກ່າວວ່າ: ອິດສະຣາແອນຈະສືບຕໍ່ປະຕິບັດການເຄື່ອນໄຫວດ້ານການທະຫານຢູ່ເຂດກາຊາ, ຈົນກວ່າຈະທຳລາຍກຳລັງທະຫານ ແລະ ຄວາມສາມາດດ້ານການບໍລິຫານຢູ່ເຂດກາຊາຂອງກຸ່ມຮາມັສ, ພ້ອມທັງບັງຄັບໃຫ້ກຸ່ມຮາມັສປ່ອຍຕົວປະກັນອິດສະຣາແອນທີ່ຖືກກັກຂັງໄວ້. ທ່ານກ່າວຕື່ມວ່າ: ອິດສະຣາແອນຈະບໍ່ສະແຫວງຫາການຈັດສັນຊາວອົບພະຍົບຢູ່ເຂດກາຊາອີກຄັ້ງໃໝ່, ແຕ່ຕ້ອງຮັກສາການຄຸ້ມຄອງດ້ານຄວາມໝັ້ນຄົງໂດຍລວມຂອງເຂດກາຊາ, ເພື່ອຮັບປະກັນວ່າເຂດກາຊາຈະບໍ່ສາມາດສ້າງໄພຂົ່ມຂູ່ຕໍ່ອິດສະຣາແອນໄດ້ອີກໃນອະນາຄົດ.