ກອງປະຊຸມລະດັບລັດຖະມົນຕີຂອງກຸ່ມ G20 ຮັບຮອງຍັດຕິກ່ຽວກັບການສ້າງຕັ້ງສະຫະພັນຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກ

2024-07-25 11:13:41 CRI

 

   ວັນທີ 24 ກໍລະກົດນີ້ຢູ່ນະຄອນຣີໂອເດີຈາເນໂຣຂອງເບຣຊິນ, ກອງປະຊຸມລະດັບລັດຖະມົນຕີໜ່ວຍງານການເຄື່ອນໄຫວຂອງກຸ່ມ G20 ໄດ້ເປັນເອກະພາບກັນຮັບຮອງຍັດຕິກ່ຽວກັບການສ້າງຕັ້ງສະຫະພັນຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກ ທີ່ສະເໜີຕໍ່ກອງປະຊຸມສຸດຍອດກຸ່ມ G20 ຄັ້ງນີ້. ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊິນວາ ປະທານາທິບໍດີເບຣຊິນ ທີ່ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມ G20 ຄັ້ງນີ້ໄດ້ເຂົ້າຮ່ວມພິທີກຽມຄວາມພ້ອມເພື່ອເປີດສະຫະພັນຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກທີ່ຈັດຂຶ້ນໃນມື້ດຽວກັນ ແລະ ກ່າວຄໍາປາໄສ.



   ອີງຕາມການສະເໜີຂອງທ່ານ ລູລາ ດາ ຊິນວາ,  ການລຶບລ້າງໄພອຶດຫິວ ແລະ ຄວາມທຸກຍາກເປັນໜຶ່ງໃນສາມໜ້າທີ່ໃຈກາງຂອງເບຣຊິນໃນໄລຍະຮັບໜ້າທີ່ເປັນປະເທດປະທານໝູນວຽນຂອງກຸ່ມ G20. ສ່ວນອີກສອງໜ້າທີ່ໃຈກາງນັ້ນແມ່ນການປຸກລະດົມໃຫ້ທົ່ວໂລກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປະຕິຮູບການບໍລິຫານໂລກ. ໃນມື້ດຽວກັນ, ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ຫຼື FAO ໄດ້ເຜີຍແຜ່ “ບົດລາຍງານສະພາບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການໂລກ 2024”ກ່ອນຈັດກອງປະຊຸມລະດັບລັດຖະມົນຕີຄັ້ງນີ້ ເຊິ່ງເປັນເທື່ອທໍາອິດທີ່ອົງການ FAO ເຜີຍແຜ່ບົດລາຍງານສະບັບດັ່ງກ່າວຢູ່ນອກນະຄອນຫຼວງໂຣມ ແລະ ນະຄອນນິວຢອກ.