ຄະດີກ່ຽວກັບຄຸນສົມບັດໃນການດໍາລົງຕໍາແໜ່ງຂອງນາຍົກໄທຈະຕັດສິນໃນວັນທີ 14 ສິງຫາໜ້ານີ້

2024-07-25 12:13:20 CRI

 

   ອີງຕາມແຫຼ່ງຂ່າວຈາກສານລັດຖະທຳມະນູນໄທແຈ້ງໃຫ້ຮູ້ໃນວັນທີ 24 ກໍລະກົດນີ້ວ່າ: ຈະແຈ້ງຜົນການຕັດສິນຄະດີກ່ຽວກັບຄຸນສົມບັດໃນການດໍາລົງຕໍາແໜ່ງຂອງທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີໄທໃນວັນທີ 14 ສິງຫາໜ້ານີ້.


   ວັນທີ 16 ພຶດສະພາປີນີ້, ສະມາຊິກວຸດທິສະພາຂອງໄທ 40 ຄົນໃນຈໍານວນສະມາຊິກທັງໝົດ 250 ຄົນນັ້ນໄດ້ຮ່ວມກັນຍື່ນໃບສະເໜີສະບັບໜຶ່ງຕໍ່ສານລັດຖະທຳມະນູນໄທເພື່ອຮຽກຮ້ອງໃຫ້ຍຸດຕິການດໍາລົງຕໍາແໜ່ງນາຍົກລັດຖະມົນຕີຂອງທ່ານ ເສດຖາ ທະວີສິນ ແລະ ຍຸດຕິການດໍາລົງຕໍາແໜ່ງລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີໄທໃນເວລານັ້ນຂອງທ່ານ ພິຈິດ ຊື່ນບານ. ສະມາຊິກວຸດທິສະພາທີ່ໄດ້ລົງນາມໃນໃບສະເໜີສະບັບດັ່ງກ່າວເຫັນວ່າ: ໃນເວລາປະກອບຄະນະລັດຖະບານ ຄືນໃໝ່, ການທີ່ທ່ານ ພິຈິດ ຊື່ນບານ ຖືກແຕ່ງຕັ້ງເປັນລັດຖະມົນຕີປະຈໍາສໍານັກງານນາຍົກນັ້ນແມ່ນຜິດຕໍ່ກົດໝາຍ, ສະນັັ້ນ, ທ່ານ ເສດຖາ ທະວີສິນ ໃນນາມເປັນນາຍົກໄທທີ່ມີຄວາມຮັບຜິດຊອບໂດຍກົງຕໍ່ເລື່ອງນີ້ຕ້ອງໄດ້ຍຸດຕິການດໍາລົງຕໍາແໜ່ງ, ດ້ວຍເຫດຜົນນີ້ຈຶ່ງສະເໜີຕໍ່ສານລັດຖະທຳມະນູນພິຈາລະນາຕັດສິນ. ວັນທີ 21 ພຶດສະພາປີນີ້, ທ່ານ ພິຈິດ ຊື່ນບານ ໄດ້ລາອອກຈາກຕໍາແໜ່ງລັດຖະມົນຕີປະຈໍາສໍານັກງານນາຍົກໄທ.