ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 57

2024-07-25 16:02:01 cri

    ວັນທີ 25 ກໍລະກົດນີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 57 ໄດ້ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດທີ່ນະຄອນຫຼວງວຽງຈັນ. ລັດຖະມົນຕີການຕ່າງປະເທດ ແລະ ເຈົ້າໜ້າທີ່ຈາກປະເທດສະມາຊິກອາຊຽນໄດ້ເຂົ້າຮ່ວມປະຊຸມ, ເພື່ອເປິກສາຫາລື ແລະ ແລກປ່ຽນຄວາມເຫັນກ່ຽວກັບບັນຫາຈຸດສຸມຕ່າງໆຢູ່ພາກພື້ນ ແລະ ສາກົນ.

    ລະຫວ່າງວັນທີ 21 ຫາ 27 ກໍລະກົດນີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 57 ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ. ນອກຈາກຈັດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນແລ້ວ, ໃນໄລຍະດັ່ງກ່າວຍັງຈະຈັດກອງປະຊຸມປິ່ນອ້ອມຕື່ມອີກ, ລວມທັງກອງປະຊຸມສອງຝ່າຍ ຫຼື ຫຼາຍຝ່າຍລະຫວ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆເຊັ່ນ: ປະເທດສະມາຊິກອາຊຽນ, ຈີນ, ອາເມຣິກາ, ຣັດເຊຍ, ສະຫະພາບເອີຣົບ, ອັງກິດ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອື່ນໆ.