ເປີດການແຂ່ງຂັນບານເຕະຊາຍງານກິລາໂອລິມປິກປາຣີ2024ຮອບທຳອິດ

2024-07-25 11:28:28 cri

ເວລາ21ໂມງຂອງວັນທີ24ກໍລະກົດນີ້, ການແຂ່ງຂັນຮອບທຳອິດໃນງານກິລາໂອລິມປິກປາຣີ2024ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍແມ່ນການແຂ່ງຂັນບານເຕະຊາຍຮອບຄັດເລືອກສອງນັດໄດ້ຈັດຂຶ້ນພ້ອມກັນຄື: ກຸ່ມC ແອັດສະປາຍກັບອຸດສະເບກິດສະຖານ ແລະ ກຸ່ມB ອາກຊັງຕີນກັບມາຣົກ ເຊິ່ງຊ່ອງກິລາໂທລະພາບສູນກາງຈີນ ຫຼື CCTV 5 ແລະ CCTV 5+ ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຕ່າງໄດ້ຖ່າຍທອດສົດການແຂ່ງຂັນສອງນັດດັ່ງກ່າວ.