ທ່ານສອນໄຊສີພັນດອນຕ້ອນຮັບທ່ານຫວາງຢີ້

2024-07-25 17:20:38 cri



ວັນທີ 25 ກໍລະກົດ2024, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວ, ທ່ານສອນໄຊ ສີພັນດອນກ່າວວ່າ: ປີນີ້ເປັນປີຄົບຮອບ 15 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລາວ-ຈີນ. ພາຍໃຕ້ການຊີ້ນຳທາງດ້ານຍຸດທະສາດຈາກຜູ້ນຳສູງສຸດຂອງສອງພັກ-ສອງລັດ, ສາຍພົວພັນລາວ-ຈີນໄດ້ຂະຫຍາຍຕົວກ້າວໄປສູ່ມາດຕະຖານສູງ, ລະດັບສູງແລະຄຸນນະພາບສູງ. ຝ່າຍລາວຍິນດີຖືເອົາການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງການນຳຂັ້ນສູງຂອງສອງປະເທດເປັນບ່ອນອີງ, ຊຸກຍູ້ການປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນສະບັບໃໝ່ ແລະເປີດກວ້າງການຮ່ວມມືຕົວຈິງຢ່າງຮອບດ້ານ. ຂອບໃຈຝ່າຍຈີນທີ່ໃຫ້ການສະໜັບສະໜູນລາວດຳລົງຕຳແໜ່ງປະເທດປະທານໝູນວຽນອາຊຽນ ແລະ ຝ່າຍລາວຄອງຄອຍເພີ່ມທະວີການແລກປ່ຽນແລະປະສານງານກັນເພື່ອຊຸກຍູ້ໃຫ້ກອງປະຊຸມທີ່ກ່ຽວຂ້ອງໄດ້ຮັບຜົນງານທີ່ດີ.

ທ່ານຫວາງຢີ້ກ່າວວ່າ: ສອງຝ່າຍຄວນເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກການສ້າງຄູ່ຮ່ວມຊາຕາກຳ, ບັນລຸການເຊື່ອມຈອດດ້ວຍມາດຕະຖານສູງ, ປະສານສົມທົບຊ່ວຍຊູຍູ້ໜູນກັນດ້ວຍຄຸນນະພາບສູງແລະປະສານງານໃນລະດັບສູງ, ເຮັດໃຫ້ສາຍພົວພັນຈີນ-ລາວສືບຕໍ່ກ້າວເດີນຢູ່ແຖວໜ້າແຫ່ງການສ້າງຄູ່ຮ່ວມຊາຕາກຳກັບປະເທດອ້ອມຂ້າງ. ທ່ານຫວາງຢີ້ຍັງໄດ້ຊີ້ແຈງຢ່າງຮອບດ້ານກ່ຽວກັບຄວາມໝາຍລັກສະນະເປັນຂີດໝາຍປະຫວັດສາດແລະມາດຕະການສຳຄັນຂອງກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີXX ພ້ອມທັງຢືນຢັນວ່າ ຍິນດີຮ່ວມກັບຝ່າຍລາວເພີ່ມທະວີການແລກປ່ຽນບົດຮຽນດ້ານການບໍລິຫານປະເທດ, ຮ່ວມມືກັນຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງປະເທດໃຜລາວ, ເພື່ອເຮັດໃຫ້ພາລະກິດສັງຄົມນິຍົມຂອງໂລກເກີດມີຊີວິດຊີວາອັນໃໝ່ຢ່າງຕໍ່ເນື່ອງໃນສະຕະວັດທີ21.