ທ່ານຫວາງຢີ້ ພົບປະກັບທ່ານ ຊຸບຣາມານຽນ ເຈຊັນກາ

2024-07-26 14:57:10 cri

ວັນທີ 25 ກໍລະກົດນີ້, ທ່ານ ຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ຊຸບຣາມານຽນ ເຈຊັນກາ (Subrahmanyam Jaishankar) ລັດຖະມົນຕີການຕ່າງປະເທດອິນເດຍ ຢູ່ທີ່ນະຄອນຫຼວງວຽງຈັນ.

ທ່ານ ຫວາງຢີ້ ກ່າວວ່າ, ໂດຍຜະເຊີນໜ້າກັບສະຖານະການສາກົນທີ່ສັບສົນ ແລະມີສິ່ງທ້າທາຍທີ່ຮ້າຍແຮງໃນໂລກ, ຈີນແລະອິນເດຍ ໃນຖານະເປັນສອງປະເທດໃຫຍ່ແລະເປັນບ້ານໃກ້ເຮືອນຄຽງທີ່ພວມພັດທະນາ ແລະເປັນອົງກອນເສດຖະກິດທີ່ຈະເລີນໃໝ່, ຄວນເພີ່ມທະວີການສົນທະນາ ແລະແລກປ່ຽນກັນ, ເພີ່ມຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຮ່ວມກັນແກ້ໄຂຂໍ້ຂັດແຍ້ງ ແລະຄວາມແຕກຕ່າງຢ່າງເໝາະສົມ, ພັດທະນາການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສອງຝ່າຍຄວນມີຄວາມຮັບຜິດຊອບຕໍ່ປະຫວັດສາດ, ປະຊາຊົນ, ແລະໂລກ, ນຳໃຊ້ສະຕິປັນຍາເພື່ອຂ້າມຜ່ານຂໍ້ຂັດແຍ່ງ, ຄວາມເຫັນຂັດກັນ ແລະການປະທະກັນ ເພື່ອຊຸກຍູ້ສາຍພົວພັນຈີນ-ອິນເດຍມີການປັບປຸງໃຫ້ດີຂຶ້ນແລະພັດທະນາແບບຍືນຍົງ.

ທ່ານ ຫວາງຢີ້ ກ່າວວ່າ, ການພົວພັນຈີນ-ອິນເດຍ ມີບົດບາດທີ່ສຳຄັນຫຼາຍຕໍ່ການຮ່ວມມືແບບທະວິພາຄີ. ການປັບປຸງການພົວພັນສອງປະເທດຄວນສະແດງໃຫ້ເຫັນຮູບແບບຍຸດທະສາດຂອງຈີນແລະອິນເດຍ ທີ່ເປັນປະເທດພວມພັດທະນາແລະຈະເລີນໃໝ່, ການແກ້ໄຂຄວາມເຫັນຂັດກັນລະຫວ່າງສອງຝ່າຍຄວນສະທ້ອນໃຫ້ເຫັນຄວາມສະຫຼາດສ່ອງໃສດ້ານການເມືອງຂອງສອງປະເທດຈີນ-ອິນເດຍທີ່ມີອະລິຍະທໍາທີ່ເກົ່າແກ່, ການຮັບມືກັບສິ່ງທ້າທາຍໃນທົ່ວໂລກຄວນສ່ອງແສງໃຫ້ເຫັນການຮ່ວມມືສາມັກຄີໃນບັນດາປະເທດ “ພາກໃຕ້ຂອງໂລກ”. ຫວັງວ່າສອງຝ່າຍຈະໄດ້ເດີນໄປຕາມທິດທາງດຽວກັນ, ຕັ້ງໜ້າຊອກຫາວິທີທາງທີ່ຢູ່ຮ່ວມກັນຢ່າງຖືກຕ້ອງ, ນຳພາທຸກວົງການຕ່າງໆໃນສັງຄົມສ້າງຄວາມເຂົ້າໃຈກັນທາງດ້ານບວກ. ທ່ານ ຫວາງຢີ້ ໄດ້ກ່າວເນັ້ນວ່າ: ການຟື້ນຟູການພົວພັນຈີນ-ອິນເດຍກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ ແມ່ນສອດຄ່ອງກັບຜົນປະໂຫຍດຂອງທັງສອງຝ່າຍ, ແລະກໍແມ່ນຄວາມຄອງຄ່ອຍປາຖະໜາຮ່ວມຂອງປະເທດຕ່າງໆໃນ "ພາກໃຕ້ຂອງໂລກ".

ທ່ານ Jaishankar ກ່າວວ່າ: ອິນເດຍ ແລະຈີນແມ່ນສອງປະເທດທີ່ມີປະຊາກອນຫຼາຍທີ່ສຸດ, ເປັນສອງອົງກອນໃຫຍ່ທີ່ເສດຖະກິດຈະເລີນໃໝ່ ແລະເປັນປະເທດອາລະຍະທຳທີ່ເກົ່າແກ່ໃນປະຫວັດສາດອັນຍາວນານ, ການຮັກສາການພົວພັນສອງຝ່າຍໃຫ້ມີຄວາມໝັ້ນທ່ຽງ ແລະ ພັດທະນາແບບຄາດຄະເນໄດ້ ແມ່ນສອດຄ່ອງກັບຜົນປະໂຫຍດຂອງສອງຝ່າຍ, ມັນມີຄວາມໝາຍສຳຄັນພິເສດຕໍ່ການຮັກສາສັນຕິພາບຂອງພາກພື້ນ ແລະຊຸກຍູ້ການການຮ່ວມມືຫຼາຍຝ່າຍ. ອິນເດຍ ແລະຈີນມີຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ ແລະກໍປະເຊີນໜ້າກັບຂໍ້ຂັດແຍ້ງລະຫວ່າງຊາຍແດນ, ເຖິງຢ່າງໃດກໍ່ຕາມ, ອິນເດຍຍິນດີຊອກຫາວິທີແກ້ຄວາມຂັດແຍ້ງ ດ້ວຍທັດສະນະປະຫວັດສາດ, ຍຸດທະສາດ ແລະທັດສະນະທີ່ເປີດກວ້າງ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ກ້າວໄປສູ່ທາງບວກ ແລະສ້າງສັນ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຮັກສາສັນຕິພາບ ແລະສະຖຽນລະພາບຢູ່ເຂດຊາຍແດນ, ຊຸກຍູ້ການປຶກສາຫາລືກ່ຽວກັບວຽກງານຊາຍແດນຈະໄດ້ຮັບຄວາມຄືບໜ້າໃໝ່.

ສອງຝ່າຍຍັງເຫັນດີ: ຈະເພີ່ມທະວີການສື່ສານພາຍໃຕ້ ເວທີການຮ່ວມມືອາຊີຕາເວັນອອກ ແລະອົງການຮ່ວມມືຊຽງໄຮ, ກຸ່ມ G20, BRICS ແລະຂອບອື່ນໆ, ຮ່ວມກັນປະຕິບັດລັດທິຫຼາຍຝ່າຍ, ປົກປັກຮັກສາສິດ ແລະຜົນປະໂຫຍດອັນຊອບທຳຂອງປະເທດພວມພັດທະນາ.