ຈັດການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດຈີນ-ລາວ-ຣັດເຊຍຄັ້ງທໍາອິດ

2024-07-26 11:15:30 CRI

 

   ວັນທີ 25 ກໍລະກົດນີ້, ຈີນ-ລາວ-ຣັດເຊຍໄດ້ຈັດການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດສາມຝ່າຍຢູ່ນະຄອນຫຼວງວຽງຈັນ. ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ເປັນປະທານການພົບປະຄັ້ງນີ້, ມີທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍເຂົ້າຮ່ວມ.


   ໃນໂອກາດນີ້, ສາມຝ່າຍໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຜົນສໍາເລັດອັນອຸດົມສົມບູນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ສາມຝ່າຍໄດ້ຕີລາຄາສູງຕໍ່ການເຊື່ອມໂຍງລະຫວ່າງທາງລົດໄຟຈີນ-ລາວ ແລະ ຂະບວນລົດໄຟຈີນ-ເອີຣົບ, ສາມຝ່າຍຍິນດີເພີ່ມທະວີການປະສາມສົມທົບກັນເພື່ອປົກປັກຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ. ສາມຝ່າຍຈະຮ່ວມກັນຄັດຄ້ານການເມືອງມະຫາອໍານາດ, ຄັດຄ້ານການເປັນປໍລະປັກກັນລະຫວ່າງຝ່າຍ, ຈັດຕັ້ງປະຕິບັດລັດທິຫຼາຍຝ່າຍ, ປົກປັກຮັກສາຄວາມຍຸຕິທໍາ ແລະ ຄວາມເປັນທໍາ. ສາມຝ່າຍຢືນຢັນວ່າ: ຈະເພີ່ມທະວີການເຊື່ອມໂຍງລະຫວ່າງອົງການຮ່ວມມືຊຽງໄຮ້, ກົນໄກຮ່ວມມືບຣິກສ ແລະ ຂອບການຮ່ວມມືອາຊຽນ ເພື່ອຊຸກຍູ້ການສ້າງການເຊື່ອມໂຍງຢູ່ພາກພື້ນ.


   ຈີນ ແລະ ຣັດເຊຍສະໜັບສະໜູນລາວເປັນປະເທດຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້ ແລະ ເຂົ້າຮ່ວມການເຄື່ອນໄຫວຂອງກົນໄກຮ່ວມມືບຣິກສ.