ເຜີຍແຜ່ບົດລາຍງານກ່ຽວກັບການພັດທະນາ ແລະ ປະດິດສ້າງດ້ານເຕັກໂນໂລຊີການຖ່າຍທອດສົດງານກິລາໂອລິມປິກຂອງ CMG ຢູ່ນະຄອນຫຼວງປາຣີ

2024-07-26 10:55:09 CRI

 

   ວັນທີ 25 ກໍລະກົດນີ້, “ບົດລາຍງານກ່ຽວກັບການພັດທະນາ ແລະ ນະວັດຕະກໍາດ້ານເຕັກໂນໂລຊີການຖ່າຍທອດສົດງານກິລາໂອລິມປິກຂອງວິທະຍຸໂທລະພາບສູງກາງຈີນ ຫຼື CMG”ສະບັບຫຼາຍພາສາເຊັ່ນ: ຈີນ, ອັງກິດ, ຝຣັ່ງເປັນຕົ້ນ ໄດ້ເຜີຍແຜ່ຢູ່ນະຄອນຫຼວງປາຣີຂອງຝຣັ່ງ.


   ບົດລາຍງານສະບັບດັ່ງກ່າວແມ່ນຮຽບຮຽງໂດຍສະຖາບັນຄົ້ນຄວ້າຂອງ CMG ສະບັບເປັນພາສາຈີນມີໂຕໜັງສືທັງໝົດ 24.000 ໂຕ ແບ່ງເປັນ 7 ໝວດ, ໂດຍໄດ້ບັນຍາຍຂະບວນການພັດທະນາ ແລະ ປະດິດສ້າງດ້ານເຕັກໂນໂລຊີໃນຫຼາຍຂົງເຂດຂອງ CMG ຢ່າງລະອຽດເຊັ່ນ: ເຕັກໂນໂລຊີຄວາມລະອຽດສູງ, 5G, ປັນຍາປະດິດ, ອຸປະກອນພິເສດ, ຄຣາວເຕັກໂນໂລຊີ (Cloud technology), VR ແລະ ສຽງເປັນຕົ້ນ, ໄດ້ວິເຄາະວິທີເລົ່າເລື່ອງງານກິລາໂອລິມປິກດ້ວຍການນໍາໃຊ້ເຕັກໂນໂລຊີຂອງ CMG ຢ່າງເປັນລະບົບ, ພ້ອມທັງໄດ້ວິໄສທັດຄວາມອາດເປັນໄປໄດ້ອັນມະຫາສານແຫ່ງການປະສານສົມທົບກັນລະຫວ່າງເຕັກໂນໂລຊີສື່ມວນຊົນ ແລະ ການແຂ່ງຂັນກິລາໃນອະນາຄົດ.