ນາຍົກອິດສະຣາແອນແຍກພົບປະເຈລະຈາກັບທ່ານໂຈ ໄບເດັນ ແລະ ທ່ານນາງແຮຣິສ ເພື່ອຫາລືບັນຫາການປະທະກັນຢູ່ເຂດກາຊາ

2024-07-26 11:16:01 cri

ສຳນັກຂ່າວສານAPອາເມຣິກາລາຍງານວ່າ: ວັນທີ 25 ກໍລະກົດນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ແລະ ທ່ານນາງ ຄາເມລາ ເດວີ ແຮຣິສ ຮອງປະທານາທິບໍດີອາເມຣິກາຕ່າງໄດ້ພົບປະເຈລະຈາກັບທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນຢູ່ທຳນຽບປະທານາທິບໍດີອາເມຣິກາ, ໂດຍໄດ້ເປິກສາຫາລືບັນຫາການປະທະກັນຢູ່ເຂດກາຊາ ກໍຄືຄວາມອາດເປັນໄປໄດ້ທີ່ຈະບັນລຸສັນຍາຢຸດຍິງ.

ຕາມຂ່າວລາຍງານວ່າ: ພາຍຫຼັງພົບປະເຈລະຈາກັບເບັນຈາມິນ ເນທັນຢາຮູແລ້ວ, ທ່ານນາງແຮຣິສໄດ້ຖະແຫຼງວ່າ: ໄດ້ໃຫ້ຄຳໝັ້ນສັນຍາຕໍ່ທ່ານເນທັນຢາຮູວ່າ ອາເມຣິກາຈະຮັບປະກັນໃຫ້ອິດສະຣາແອນມີຄວາມສາມາດປ້ອງກັນຕົວເອງຕະຫຼອດໄປ ພ້ອມທັງຫວັງວ່າຈະສາມາດບັນລຸສັນຍາຢຸດຍິງໂດຍໄວ ແລະ ໃຫ້ຕົວປະກັນທັງໝົດໄດ້ຮັບການປ່ອຍຕົວ.