ເປັນຫຍັງ ຄະນະຜູ້ແທນຜູ້ບໍລິຫານລະດັບສູງຂອງວິສາຫະກິດອາເມຣິກາມາຢ້ຽມຢາມຈີນໃນໄລຍະນີ້?

2024-07-26 14:43:13 CRI


ຫຼັງຈາກກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ສິ້ນສຸດລົງບໍ່ເທົ່າໃດມື້, ຄະນະຜູ້ແທນຜູ້ບໍລິຫານລະດັບສູງຂອງວິສາຫະກິດອາເມຣິກາ ເຊິ່ງລວມທັງ ບໍລິສັດ FedEx, ບໍລິສັດ Goldman Sachs, ບໍລິສັດ Apple ໄດ້ເດີນທາງມາຢ້ຽມຢາມຈີນ. ນັກວິເຄາະເຫັນວ່າ, ຄະນະຜູ້ແທນຜູ້ບໍລິຫານລະດັບສູງຂອງວິສາຫະກິດທີ່ສຳຄັນຂອງອາເມຣິກາມາຢ້ຽມຢາມຈີນໃນໄລຍະນີ້ ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າຕັ້ງໃຈຢາກຮັບຮູ້ເຖິງນະໂຍບາຍຂອງຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກນັ້ນຢ່າງຮີບດ່ວນ, ພ້ອມທັງຫວັງຢາກໄດ້ຮັບໂອກາດທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

ສິ່ງທີ່ດຶງດູດຕໍ່ບຸກຄົນສຳຄັນໃນວົງການອຸດສາຫະກຳການຄ້າຂອງອາເມຣິກາມາຢ້ຽມຢາມຈີນໃນເວລານີ້, ຍັງມີຂໍ້ໜຶ່ງ ເຊິ່ງກໍຄືຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ, ເສດຖະກິດຈີນໄດ້ສືບຕໍ່ຮັກສາທ່ວງທ່າທີ່ຟື້ນຟູດີຂຶ້ນ, ໃນຫົກເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນປະເທດຈີນຫຼື GDP ມີເຖິງ 61.700 ຕື້ຢວນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສຳລັບກຸ່ມເສດຖະກິດທີ່ມີຂະໜາດໃຫຍ່ປານນີ້, ຍັງສາມາດບັນລຸຈັງຫວະການພັດທະນາໄດ້ໄວ້ຄືແນວນີ້ແມ່ນຫາຍາກຫຼາຍ.

 


ນັກວິເຄາະສາກົນຫຼາຍຄົນໄດ້ສັງເກດເຫັນວ່າ, ໃນຂໍ້ຕົກລົງຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ກ່ຽວກັບການ “ປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງ” ມີປະໂຫຍກໜຶ່ງຂຽນວ່າ “ອີງໃສ່ທ່າແຮງທີ່ເປັນຕະຫຼາດຂະໜາດໃຫຍ່ພິເສດຂອງຈີນ, ຍົກສູງຄວາມສາມາດການເປີດປະຕູສູ່ພາຍນອກໃນການເປີດກວ້າງການຮ່ວມມືສາກົນ”. ອີງຕາມການຄາດຄະເນວ່າ, ອັດຕາການຫັນເປັນຕົວເມືອງຂອງຈີນເພີ່ມຂຶ້ນ 1%ໃດກໍສາມາດຊຸກຍູ້ໃຫ້ມີການລົງທຶນເພີ່ມຂຶ້ນໃໝ່ 140 ຕື້ໂດລາ ແລະ ຄ່າບໍລິໂພກທີ່ເພີ່ມຂຶ້ນໃໝ່ 28 ຕື້ໂດລາ. ຄຽງຄູ່ກັບຈີນລົງເລິກການປະຕິຮູບໃນດ້ານຕ່າງໆ, ເຊັ່ນ: ສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ, ຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ທີ່ຖືຄົນເປັນຫຼັກ, ປັບປຸງລະບຽບການແບ່ງປັນລາຍຮັບໃຫ້ສົມບູນ ແລະອື່ນໆຢ່າງບໍ່ຢຸດຢັ້ງ, ຕະຫຼາດຂະໜາດໃຫຍ່ພິເສດຂອງຈີນກໍຈະຍົກສູງຄຸນນະພາບ ແລະ ຂະຫຍາຍວົງກວ້າງອອກຢ່າງຕໍ່ເນື່ອງ, ແລະຈະຂຸດຄົ້ນກຳລັງບົ່ມຊ້ອນດ້ານຄວາມຕ້ອງການພາຍໃນຫຼາຍກວ່າເກົ່າ.

 

ໃນອະນາຄົດ, ຄຽງຄູ່ກັບມາດຕະການປະຕິຮູບສຳຄັນ 300 ກວ່າລາຍການທີ່ສະເໜີອອກໃນເອກະສານຂອງກອງປະຊຸມຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ພະລັງຊີວິດຂອງຕະຫຼາດຈີນຈະຖືກຂຸດຄົ້ນອອກມາຢ່າງບໍ່ຢຸດຢັ້ງ, ເຊິ່ງຈະເປັນການເພີ່ມກຳລັງຂັບເຄື່ອນໃຫ້ແກ່ຄວາມທັນສະໄໝແບບຈີນ, ແລະສ້າງພື້ນທີ່ການພັດທະນາອັນກວ້າງຂວາງກວ່າເກົ່າໃຫ້ແກ່ວິສາຫະກິດປະເທດຕ່າງໆເຊິ່ງລວມທັງວິສາຫະກິດອາເມຣິກາອີກດ້ວຍ.