ພິທີເປີດງານກິລາໂອລິມປິກປາຣີຈະຈັດຂຶ້ນຢູ່ແມ່ນ້ຳແຊນໃນຕອນເດິກຂອງວັນທີ 27 ກໍລະກົດນີ້

2024-07-26 10:42:34 cri

ເວລາ 00:30 ໂມງຂອງວັນທີ 27 ກໍລະກົດນີ້ຕາມເວລາວຽງຈັນ, ພິທີເປີດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຈະຈັດຂຶ້ນຢູ່ແມ່ນ້ຳແຊນໃນນະຄອນຫຼວງປາຣີປະເທດຝຣັ່ງ, ນີ້ຈະເປັນພິທີເປີດງານກິລາທີ່ຈັດຂຶ້ນຢູ່ພື້ນທີ່ຕົວເມືອງແບບເປີດກວ້າງຄັ້ງທຳອິດໃນປະຫວັດສາດຂອງງານກິລາໂອລິມປິກໃນຍຸກປັດຈຸບັນ. ຄະນະນັກກິລາປະເທດຕ່າງໆຈະຂີ່ເຮືອໄປສູ່ສະຖານທີ່ຈັດງານ.

ເຈົ້າໜ້າທີ່ທາງການແຈ້ງໃຫ້ຮູ້ວ່າ: ໃນພິທີເປີດງານກິລາ, ຈະມີນັກຟ້ອນ ແລະ ນັກດົນດີປະມານ 3.000 ຄົນຈະສະແດງລາຍການຢູ່ເທິງຂົວ ແລະ ສອງຝັ່ງຂອງແມ່ນ້ຳແຊນ. ພິທີເປີດງານດັ່ງກ່າວຈະດຳເນີນໄປເປັນເວລາປະມານ 4 ຊົ່ວໂມງ, ມີປະມານ 300.000 ຄົນຈະໄປຊົມການສະແດງຢູ່ສະຖານທີ່ຈັດງານ.