ຜົນຜະລິດທັນຍາຫານຂອງຈີນມີຫຼາຍກວ່າ 650 ລ້ານໂຕນໃນ 9 ປີລຽນຕິດ

2024-07-26 10:58:06 cri


ວັນທີ 24 ກໍລະກົດນີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຫົວຂໍ້ຕ່າງໆກ່ຽວກັບການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ຜູ້ຮັບຜິດຊອບຂອງກະຊວງກະສິກຳແລະຊົນນະບົດຈີນໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ການພັດທະນາກະສິກຳແລະຊົນນະບົດຂອງຈີນໄດ້ຮັກສາທ່ວງທ່າທີ່ດີແລະມີຄຸນນະພາບຍົກສູງທີ່ໝັ້ນຄົງຢ່າງຕໍ່ເນື່ອງ.

ຜົນຜະລິດທັນຍາຫານຂອງຈີນມີຫຼາຍກວ່າ 650 ລ້ານໂຕນໃນ 9 ປີລຽນຕິດ ແລະ ໃນລະດູຮ້ອນປີນີ້, ຜົນຜະລິດທັນຍາຫານຈະສ້າງສະຖິຕິສູງອີກຄັ້ງໃໝ່ໃນປະຫວັດສາດ. ຂະນະທີ່ອັດຕາປະກອບສ່ວນຂອງຄວາມກ້າວໜ້າດ້ານວິທະຍາສາດເຕັກນິກຂອງກະສິກຳມີຫຼາຍກວ່າ 63%, ສະບຽງອາຫານຕົ້ນຕໍ 3 ຢ່າງ ຄື: ເຂົ້ານາ, ສາລີ ແລະ  ເຂົ້າບະເລໄດ້ບັນລຸການຜະລິດດ້ວຍກົນຈັກໃນທຸກຂັ້ນຕອນໂດຍພື້ນຖານ, ໄດ້ສ້າງທົ່ງນາທີ່ມີມາດຕະຖານສູງຫຼາຍກວ່າ 67 ລ້ານເຮັກຕາ, ຄວາມສາມາດດ້ານການປ້ອງກັນໄພແລະຕ້ານໄພຕ່າງໆກໍໄດ້ຍົກສູງຂຶ້ນຢ່າງເດັ່ນຊັດ.