ນາຍົກວານູອາຕູກ່າວວ່າ: ຂອບໃຈຈີນທີ່ຊ່ວຍເຫຼືອວານູອາຕູປ່ຽນຈາກປະເທດດ້ອຍພັດທະນາມາທີ່ສຸດເປັນປະເທດພວມພັດທະນາ

2024-07-26 17:42:11 cri


ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫຼີສຽງ ນາຍົກລັດຖະມົນຕີ ສປ ຈີນ, ທ່ານຊາລອດ ຊານວາຍ ນາຍົກລັດຖະມົນຕີສາທາລະນະລັດວານູອາຕູໄດ້ໄປຢ້ຽມຢາມຈີນຢ່າງເປັນທາງການລະຫວ່າງວັນທີ 7-12 ກໍລະກົດ 2024.

ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG, ທ່ານຊານວາຍກ່າວວ່າ: ການພັດທະນາວານູອາຕູຈາກປະເທດດ້ອຍພັດທະນາທີ່ສຸດກາຍມາເປັນປະເທດພວມພັດທະນານັ້ນແມ່ນເປັນສິ່ງທ້າທາຍໃຫຍ່ສຳລັບພວກຂ້າພະເຈົ້າ. ກ່ອນອື່ນໝົດແມ່ນຂົງເຂດສັງຄົມ ເຊິ່ງລວມທັງລະດັບການສຶກສາແລະການປິ່ນປົວພະຍາດ. ພວກເຮົາຕ້ອງຮັບປະກັນໃຫ້ປະຊາຊົນມີລະດັບການສຶກສາແລະເງື່ອນໄຂການປິ່ນປົວພະຍາດທີ່ດີ, ຫາກບໍ່ແມ່ນພຽງຕອບສະໜອງຕາມມາດຕະຖານທີ່ຕ່ຳສຸດເທົ່ານັ້ນ. ນອກຈາກນີ້, ຍັງຕ້ອງການລະບົບບໍລິການສາທາລະນະແລະພື້ນຖານໂຄງລ່າງຕ່າງໆ ເປັນຕົ້ນເສັ້ນທາງ, ໄຟຟ້າ, ໂທລະຄົມ ແລະ ນ້ຳປະປາ. ພວກຂ້າພະເຈົ້າຂອບໃຈນຳຈີນຫຼາຍໆ. ຈີນບໍ່ພຽງແຕ່ໄດ້ຊ່ວຍເຫຼືອພວກເຮົາສ້າງທ່າກຳປັ່ນແລະທາງຫຼວງຢູ່ເທິງເກາະເທົ່ານັ້ນ, ຍັງໄດ້ໃຫ້ການສະໜັບສະໜູນແກ່ພວກເຮົາເມື່ອເກີດເວລາໄພພິບັດ ແລະ ໃຫ້ການຊ່ວຍ ເຫຼືອດ້ານການແພດຢູ່ໂຮງຮຽນແລະເຂດຊຸມຊົນທ້ອງຖິ່ນ. ວານູ ອາຕູກັບຈີນແມ່ນຄູ່ຮ່ວມມືພັດທະນາ, ພວກເຮົາຈະຕອບບຸນແທນຄຸນທັນທີເມື່ອຈີນມີ ຄວາມຕ້ອງການ.