ກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊຽນຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

2024-07-26 17:45:00 cri

      


ກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊຽນໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 26 ກໍລະກົດ 2024, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ພ້ອມດ້ວຍລັດຖະມົນຕີການຕ່າງປະເທດຂອງບັນດາປະເທດອາຊຽນເຂົ້າຮ່ວມ.

ໃນກອງປະຊຸມ, ຈີນ-ອາຊຽນ ໄດ້ສະແດງຄວາມຍິນດີຕໍ່ການປະກາດປີ 2024 ເປັນປີແຫ່ງການໄປມາຫາສູ່ລະຫວ່າງປະຊາຊົນຈີນ-ອາຊຽນ, ແລະໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະກິດຈະກໍາສໍາລັບປີ2024ໃຫ້ເປັນຮູບປະທໍາ ໂດຍກວມເອົາຫຼາຍຂົງເຂດເຊັ່ນ: ການສຶກສາ, ການແລກປ່ຽນທາງດ້ານວັດທະນະທໍາ, ການຈັດຝຶກອົບຮົມ ແລະ ການທ່ອງທ່ຽວ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບ 6 ຂໍ້ສະເໜີ ແລະກິດຈະກໍາຂອງ ສປ.ຈີນ ສໍາລັບປີ 2024 ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເປັນຮູບປະທໍາ. ພິເສດກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດຈີນ-ອາຊຽນ ວ່າດ້ວຍການຮັດແໜ້ນການຮ່ວມມືດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາ.