ທ່ານ ຫວາງຢີ້ ພົບປະກັບລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ

2024-07-26 19:05:46 CRI


  ວັນທີ 26 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ໂຊເທອຶນ Cho Tae-yul ລັດຖະມົນຕີການຕ່າງປະເທດສ.ເກົາຫຼີ.

     ທ່ານຫວາງຢີ້ກ່າວວ່າ, ຈີນຍິນດີຮ່ວມກັບສ.ເກົາຫຼີຍຶດຖືຫຼັກໝັ້ນຂອງການພົວພັນທາງການທູດ, ຮັກສາການເປັນຄູ່ຮ່ວມມື, ບັນລຸການພົວພັນທາງດ້ານບວກ, ຊຸກຍູ້ການການພົວພັນຈີນ-ສ.ເກົາຫຼີພັດທະນາຢ່າງປອດໄສແລະໝັ້ນຄົງ. ສອງຝ່າຍຄວນ: ໜຶ່ງ, ຮັກສາຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ທັງສອງຝ່າຍຄວນສະແຫວງຫາສີ່ງທີ່ຄືກັນແລະສະຫງວນສິ່ງທີ່ຕ່າງກັນ, ເຮັດສິ່ງທີ່ມີຜົນດີຕໍ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ຫຼີກເວັ້ນການແຊກແຊງແລະຜົນກະທົບຈາກປັດໄຈພາຍນອກ. ສອງແມ່ນເປີດກວ້າງຜົນປະໂຫຍດລວມ, ເລັ່ງລັດການເຈລະຈາໄລຍະທີສອງຂອງສົນທິສັນຍາການຄ້າເສລີຈີນ-ສ.ເກົາຫຼີ, ເປີດກວ້າງການຮ່ວມມືໃນຂົງເຂດທີ່ຈະເລີນໃໝ່ເຊັ່ນ: ການຜະລິດລະດັບສູງ, ຜະລິດຢາ, ປັນຍາປະດິດ. ສາມ, ແມ່ນປັບປຸງຈິດໃຈແຫ່ງຊາດ ແລະ ຊຸກຍູ້ໃຫ້ສອງປະເທດເພີ່ມທະວີການແລກປ່ຽນຂັ້ນທ້ອງຖິ່ນ, ການສຶກສາ, ກິລາ, ສື່ມວນຊົນ ແລະ ອື່ນໆ.

     ທ່ານ Cho Tae-yul  ກ່າວວ່າ: ສ. ເກົາຫຼີ ໃຫ້ຄວາມສຳຄັນຕໍ່ການເພີ່ມທະວີການພົວພັນກັບຈີນ, ຫວ່າງຢ່າງຍິ່ງວ່າຈະເພີ່ມທະວີການແລກປ່ຽນທຸກຂັ້ນລະຫວ່າງສອງຝ່າຍ, ດຳເນີນການເຈລະຈາທີ່ມີລັກສະນະສ້າງສັນ, ສືບຕໍ່ພັດທະນາການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສ.ເກົາຫຼີ-ຈີນ. ສ.ເກົາຫຼີຍິນດີຮ່ວມກັບຈີນ ເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຝ່າຍ. ຫຼັກໝັ້ນຂອງສ.ເກົາຫຼີທີ່ເຄົາລົບຫຼັກການຈີນດຽວບໍ່ມີການປ່ຽນແປງ ແລະເປັນທີ່ຈະແຈ້ງວ່າໄຕ້ຫວັນແມ່ນຄວາມສົນໃຈຫຼັກຂອງຈີນ.