ລະຫັດແຫ່ງການເປີດປະຕູສູ່ພາຍນອກຂອງໂຄງການຍຸດທະສາດ “3820”

2024-07-26 16:55:00 cri



ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍກ່າວວ່າ: “ຈິດໃຈປະຕິຮູບແລະເປີດປະຕູສູ່ພາຍນອກອັນຍິ່ງໃຫຍ່ທີ່ສ້າງຂຶ້ນດ້ວຍການປະຕິຮູບແລະເປີດປະຕູສູ່ພາຍນອກ ໄດ້ເສີມຂະຫຍາຍເນື້ອໃນຈິດໃຈຊາດໃຫ້ອຸດົມສົມບູນຂຶ້ນຢ່າງຫຼວງຫຼາຍ, ກາຍເປັນສັນຍາລັກດ້ານຈິດໃຈອັນໂດດເດັ່ນທີ່ສຸດຂອງປະຊາຊົນຈີນໃນຍຸກປັດຈຸບັນ.” ບໍ່ວ່າເຮັດວຽກຢູ່ທ້ອງຖິ່ນ ຫຼື ຂັ້ນສູນກາງ, ທ່ານສີຈິ້ນຜິງລ້ວນແຕ່ໄດ້ເດັດດ່ຽວຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ເສີມຂະຫຍາຍແລະປະຕິບັດຕົວຈິງຕາມຈິດໃຈປະຕິຮູບແລະເປີດປະຕູສູ່ພາຍນອກ. 

 

ທ່ານສີຈິ້ນຜິງເຄີຍປຽບທຽບການເປີດປະຕູສູ່ພາຍນອກເປັນ “ກະແຈຄຳ”, ເພິ່ນກ່າວວ່າ: “ຖ້າຜູ້ໃດໄດ້ ‘ກະແຈຄຳ’, ຜູ້ນັ້ນກໍຈະສາມາດເປີດປະຕູທີ່ອັດແຈບ ແລະ ໄດ້ຮັບຊັບສິນທີ່ຕົນເອງຕ້ອງການ.”

 

ມື້ໜຶ່ງຂອງເດືອນມິຖຸນາປີ1990, ອາກາດຮ້ອນອົບເອົ້າທີ່ສຸດ. ທ່ານສີຈິ້ນຜິງ ທີ່ຫາກໍ່ດຳລົງຕຳແໜ່ງເລຂາຄະນະພັກນະຄອນຟູໂຈ່ວແຂວງຟູຈ້ຽນບໍ່ດົນນັ້ນໄດ້ຂຶ້ນເຮືອໂດຍສານຂະໜາດນ້ອຍລຳໜຶ່ງເພື່ອເດີນທາງຕາມແມ່ນ້ຳມິນຈ່ຽງໄປສູ່ປາກແມ່ນ້ຳປ່ອງໃສ່ທະເລ.

 

      ສອງຝັ່ງແມ່ນ້ຳມິນຈ່ຽງໃນຕອນນັ້ນ ເປັນເຂດດິນທາມທີ່ຮົກເຮື້ອ. ທ່ານສີຈິ້ນຜິງໄດ້ເປີດແຜນທີ່ນະຄອນຟູໂຈ່ວຢູ່ເທິງໜ້າໂຕະ, ໂດຍທຽບໃສ່ແຜນທີ່ທັງເບິ່ງທັງຟັງ ແລະຄົ້ນຄິດໄປຕະຫຼອດທາງ. ພາຍຫຼັງມາ, ພະນັກງານທີ່ຮ່ວມເດີນທາງໄປນຳເພິ່ນໄດ້ສຳນຶກຮູ້ວ່າ: ນີ້ບໍ່ແມ່ນການສຳຫຼວດຄົ້ນຄວ້າເກັບກຳຂໍ້ມູນທຳມະດາຄັ້ງໜຶ່ງ ແຕ່ຫາກແມ່ນຈຸດເລີ່ມຕົ້ນແຫ່ງການວາງແຜນໂຄງການຍຸດທະສາດປະການໜຶ່ງ ແລະຍັງເປັນຈຸດບາດລ້ຽວແຫ່ງການເປີດປະຕູສູ່ພາຍນອກຂອງນະຄອນຟູໂຈ່ວນຳອີກ.

 

ຕອນນັ້ນ, ຫ່າງຈາກເວລາທີ່ນະຄອນຟູໂຈ່ວຖືກຈັດເຂົ້າເປັນຕົວເມືອງເປີດປະຕູສູ່ພາຍນອກຢູ່ແຄມຝັ່ງທະເລຊຸດທຳອິດຂອງທົ່ວປະເທດຈີນຜ່ານໄປໄດ້ 6 ປີແລ້ວ, ແຕ່ວ່າ ການພັດທະນາຟູໂຈ່ວຍັງຄົງປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງຄື ພື້ນຖານອຸດສາຫະກຳອ່ອນແອ, ລາຍຮັບຂອງອົງການປົກຄອງມີໜ້ອຍ, ມີທີ່ຕັ້ງຢູ່ ແຄມຝັ່ງທະເລແຕ່ເສັ້ນທາງຄົມມະນາຄົມຊ້ຳພັດໄປບໍ່ຮອດ. ເມື່ອຢືນຢູ່ຕໍ່ໜ້າສະພາບການຄືແບບນີ້, ທ່ານສີຈິ້ນຜິງຮູ້ສຶກໜັກໃຈຫຼາຍ.

 

ວຽກງານການພັດທະນາແມ່ນມີຢ່າງຫຼວງຫຼາຍ, ທ່ານສີຈິ້ນຜິງຕັດສິນໃຈລົງເລິກສຳຫຼວດຄົ້ນຄວ້າໂດຍປິ່ນອ້ອມທ່າແຮງຂອງຟູໂຈ່ວທີ່ເປັນຕົວເມືອງເປີດປະຕູສູ່ພາຍນອກຢູ່ແຄມຝັ່ງທະເລ. ຜູ້ທີ່ຮ່ວມເດີນທາງໄປນຳເພິ່ນໄດ້ຫວນຄືນຫຼັງວ່າ: ທ່ານສີຈິ້ນຜິງໄດ້ແຂ່ງກັບອາກາດຮ້ອນອົບເອົ້າເດີນທາງໄປສຳຫຼວດຄົ້ນຄວ້າແລະເກັບກຳຂໍ້ມູນຢູ່ແຄມຝັ່ງທະເລ ຈົນເຫື່ອປຽກໝົດຕົນໂຕ, ເພິ່ນຢາກນຳໃຊ້ທ່າແຮງດ້ານທະເລເພື່ອພັດທະນາເສດຖະກິດຟູໂຈ່ວໂດຍຊຸກຍູ້ການພັດທະນາລຽບຕາມແມ່ນ້ຳໄປສູ່ທະເລ ແລະ ໄປສູ່ທິດໃຕ້.

 

ຫຼັງຈາກນັ້ນສອງປີຄື ປີ1992, ຄຳໂອ້ລົມຂອງທ່ານ ເຕີ້ງສ້ຽວຜິງ ເຊິ່ງໄດ້ຮັບສົມຍານາມວ່າ ຫົວໜ້າຊ່າງອອກແບບການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນໃນໄລຍະລົງເຄື່ອນໄຫວຢ້ຽມຢາມພາກໃຕ້ຈີນໄດ້ສົ່ງສັນຍານແຫ່ງການເປີດຂະບວນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຮອບໃໝ່. ທ່ານສີຈິ້ນຜິງໄດ້ສຳນຶກຮູ້ຢ່າງສະດຸ້ງໄວວ່າ: ໂອກາດຂອງຟູໂຈ່ວມາຮອດແລ້ວ.

 

ຜ່ານການສຳຫຼວດຄົ້ນຄວ້າ ແລະ ວິພາກຢ່າງລະອຽດ, ທ່ານສີຈິ້ນຜິງໄດ້ສະເໜີໂຄງການຍຸດທະສາດ “3820” ຢ່າງເປັນທາງການ, ເຊິ່ງໄດ້ວາງເປົ້າໝາຍ ພັດທະນາຟູໂຈ່ວໄລຍະ 3ປີ 8 ປີ ແລະ 20ປີ ຕາມຫຼັກວິທະຍາສາດ.

 

ແນວຄິດສຳຄັນຂອງໂຄງການຍຸດທະສາດ “3820” ທີ່ຖືເອົາການປະຕິຮູບແລະ ເປີດປະຕູສູ່ພາຍນອກເປັນມາດຕະການປະຕິບັດຕົວຈິງນັ້ນ ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບ 12 ຈຸດສຸມຍຸດທະສາດຂອງຟູໂຈ່ວເຊັ່ນ: ການເປີດກວ້າງຂົງເຂດການເປີດປະຕູສູ່ພາຍນອກ, ເລັ່ງກໍ່ສ້າງເຂດລົງທຶນປະເພດຕ່າງໆ ແລະອື່ນໆ. ພ້ອມດຽວກັນນັ້ນ, ທ່ານສີຈິ້ນຜິງໄດ້ສະເໜີໃຫ້ຖືເອົາການສ້າງ “ວົງເສດຖະກິດເຂດສາມລ່ຽມປາກແມ່ນ້ຳມິນຈ່ຽງ” ແລະ “ຟູໂຈ່ວທາງທະເລ” ເປັນພາກສ່ວນສຳຄັນຂອງໂຄງການຍຸດທະສາດ “3820” ເພື່ອປະສົມປະສານຊ່ວຍຊູຍູ້ໜູນປະຕິບັດໄປພ້ອມກັນ.

 

     ທ່ານສີຈິ້ນຜິງກ່າວວ່າ: “ຟູໂຈ່ວມີພຽງແຕ່ເປີດປະຕູສູ່ພາຍນອກຢ່າງໃຫຍ່ຫຼວງເທົ່ານັ້ນ ຈຶ່ງຈະສາມາດເລັ່ງພັດທະນາໃຫ້ໄວຂຶ້ນໄດ້”.

 

ໃນດ້ານການດຶງດູດການລົງທຶນຈາກຕ່າງປະເທດ, ທ່ານສີຈິ້ນຜິງໄດ້ສົ່ງເສີມວິທີດຶງດູດວິສາຫະກິດຂະໜາດໃຫຍ່ມາລົງທຶນກ່ອນເພື່ອນຳພາຫົວໜ່ວຍທຸລະກິດຂະໜາດນ້ອຍມາລົງທຶນພັດທະນາທຸລະກິດຢູ່ຟູໂຈ່ວ ເຊິ່ງເປັນ “ກະແຈຄຳ”ອັນໜຶ່ງທີ່ເພິ່ນຊອກເຫັນໄດ້ເພື່ອພັດທະນາຟູໂຈ່ວ. ເພິ່ນໄດ້ນຳພາທີມງານໄປເຊີນຊວນນັກທຸລະກິດມາລົງທຶນຢູ່ຟູໂຈ່ວ, ເມື່ອໄປຮອດບ່ອນໃດ ເພິ່ນກໍໂຄສະນາຢ່າງລະອຽດ ແລະ ຄົ້ນຄວ້າເປິກສາຫາລືການຮ່ວມມືກັບນັກທຸລະກິດຕ່າງປະເທດ. ພະນັກງານທີ່ເຄີຍໄປເຮັດວຽກຮ່ວມກັບທ່ານສີຈິ້ນຜິງຢູ່ສິງກະໂປໃນເວລານັ້ນໄດ້ຫວນຄືນຫຼັງວ່າ: “ແຕ່ລະມື້ ພໍເຮັດວຽກທຸກຢ່າງສຳເລັດຕາມແຜນກຳນົດສ່ວນຫຼາຍກໍແມ່ນຮອດ24ໂມງແລ້ວ. ເມື່ອກັບຮອດໂຮງແຮມ, ຍັງຕ້ອງລວບລວມສະພາບວຽກງານຂອງມື້ນັ້ນ, ຫາລືຕາຕະລາງການເດີນທາງ ແລະ ແຜນການເຈລະຈາໂຄງການໃນມື້ຕໍ່ໄປ, ພໍແລ້ວວຽກທຸກຢ່າງກໍຮອດ2ໂມງປາຍຕອນເດິກແລ້ວ.”

 

ຄວາມຈິງໃຈ ແລະການທຸ້ມເທເຫື່ອແຮງສະຕິປັນຍາໄດ້ສ້າງໃຫ້ມີຜົນງານອັນອຸດົມສົມບູນ. ໃນໄລຍະຫຼາຍປີຕອນນັ້ນ, ທ່ານສີຈິ້ນຜິງໄດ້ນຳພາຄົນທັງຫຼາຍຊຸກຍູ້ການພັດທະນາແລະສ້າງເຂດລົງທຶນຢວນຫົງໃຫ້ສຳເລັດ, ພ້ອມທັງໄດ້ລະດົມທຶນສ້າງຕັ້ງວິສາຫະກິດກຸ່ມໜຶ່ງຢູ່ພາຍໃນເຂດລົງທຶນດັ່ງກ່າວເຊັ່ນ: ໂຮງງານຜະລິດເຫຼັກກ້າ, ໂຮງງານຜະລິດເຈ້ຍເປັນຕົ້ນ; ໄດ້ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງສຳຄັນຕ່າງໆຢ່າງຮອບດ້ານເຊັ່ນ: ທ່າກຳປັ່ນນ້ຳເລິກ, ທາງດ່ວນ, ພະລັງງານໄຟຟ້າແລະອື່ນໆເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການດ້ານການເປີດກວ້າງການເປີດປະຕູສູ່ພາຍນອກ; ນອກນີ້, ຍັງໄດ້ຊຸກຍູ້ການຈັດງານ “ເດືອນແຫ່ງການດຶງດູດການລົງທຶນສາກົນຟູໂຈ່ວ”ຄັ້ງທຳອິດຢ່າງສຳເລັດຜົນໂດຍມີນັກທຸລະກິດ 6.000 ກວ່າຄົນຈາກ 22 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານ.

 



ວັນທີ 18 ມີນາ 2024, ງານຕະຫຼາດນັດການຄ້າເອເລັກໂຕຣນິກຂ້າມຊາດຈີນຄັ້ງທີ4ຈັດຂຶ້ນຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນ.

   ຄືແນວນີ້ແຫຼະ, “ກະແຈຄຳ”ແຫ່ງການເປີດປະຕູສູ່ພາຍນອກໄດ້ເປີດປະຕູໃຫຍ່ສຳລັບຟູໂຈ່ວກ້າວໄປສູ່ໂລກ. ໂຄງການຍຸດທະສາດ “3820” ໄດ້ສ່ອງແສງໃຫ້ເຫັນເຖິງທັດສະນະວາງແຜນພັດທະນາຢ່າງເປັນລະບົບແລະເອກະພາບຄື“ຫັນໜ້າສູ່ໂລກ, ກຳແໜ້ນສະພາບລວມຂອງຈີນ ແລະຕັ້ງຈຸດຢືນຢູ່ແຂວງຟູຈ້ຽນ” ເຊິ່ງເປັນພຶດຕິກຳຕົວຈິງທີ່ມີຊີວິດຊີວາແຫ່ງການປະຕິບັດແນວຄິດການພັດທະນາແບບເປີດປະຕູສູ່ພາຍນອກຂອງທ່ານສີຈິ້ນຜິງຢູ່ທ້ອງຖິ່ນ.

 



ນະຄອນເຊີ່ນເຈີ້ນໃນປັດຈຸບັນ

   ມາຮອດປີ2012, ໃນໄລຍະເບື້ອງຕົ້ນທີ່ຫາກໍດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ທ່ານສີຈິ້ນຜິງອອກຈາກນະຄອນຫຼວງປັກກິ່ງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທ້ອງຖິ່ນເປັນຄັ້ງທຳອິດໂດຍມຸ່ງໜ້າສູ່ນະຄອນເສີນເຈີ້ນ ເຊິ່ງເປັນປ້ອມດ່ານໜ້າແຫ່ງການເປີດປະຕູສູ່ພາຍນອກທີ່ຕັ້ງຢູ່ແຄມຝັ່ງທະເລຈີນໃຕ້ໂດຍກົງ.

 

     ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງສວນສາທາລະນະພູຫຼຽນຮວາ, ຍ່າງຜ່ານປ່າໄມ້ຂຽວງາມ ຈົນໄປຮອດສະໜາມຫຼວງເທິງຈອມພູ. ໂດຍຢືນຢູ່ເທິງຈອມພູ, ເພິ່ນໄດ້ຈ້ອງມອງເບິ່ງພາບລວມຂອງທົ່ວນະຄອນເສີນເຈີ້ນ ເຊິ່ງເປັນພາບພັດທະນາກ້າວຂຶ້ນຂອງຕົວເມືອງທັນສະໄໝແຫ່ງໜຶ່ງ.

 

ທ່ານສີຈິ້ນຜິງໄດ້ເຈາະຈົງຄົ້ນຄິດທິດທາງການປະຕິຮູບຂອງຈີນຫຼັງຈາກເຂົ້າສູ່ໄລຍະຫຍຸ້ງຍາກປຽບເໝືອນ “ເຂດນ້ຳເລິກ” ພ້ອມທັງໄດ້ອອກຄຳສັ່ງປຸກລະດົມໃຫ້ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢູ່ທີ່ແຫ່ງນີ້.

 

ລະດູໃບໄມ້ຫຼົ່ນປີຕໍ່ມາ ຄືປີ2013, ໃນໄລຍະຢ້ຽມຢາມປະເທດໃນອາຊີກາງແລະ ອາຊີຕາເວັນອອກສຽງໃຕ້, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມທີ່ສຳຄັນຄື ຮ່ວມກັນສ້າງ “ແລວເສດຖະກິດເສັ້ນທາງສາຍໄໝ” ແລະ “ເສັ້ນທາງສາຍໄໝທາງທະເລໃນສະຕະວັດທີ21” ຕາມລຳດັບ ເຊິ່ງຕໍ່ມາສອງຂໍ້ລິເລີ່ມດັ່ງກ່າວໄດ້ເອີ້ນຫຍໍ້ເປັນ “ໜຶ່ງແລວໜຶ່ງເສັ້ນທາງ”. ປີນັ້ນ,ພໍດີເປັນປີຄົບຮອບ35ປີແຫ່ງການປະຕິຮູບແລະ ເປີດປະຕູສູ່ພາຍນອກຂອງຈີນ.

 



ໂຄງການໄຟຟ້າພະລັງງານລົມເດອາທີ່ວິສາຫະກິດຈີນລົງທຶນກໍ່ສ້າງແລະດຳເນີນທຸລະກິດຢູ່ຕາແສງເດອາແຂວງເຄັບເໜືອອາຟຣິກກາໃຕ້ໄດ້ຊ່ວຍຜ່ອນຄາຍສະພາບຂາດເຄີນໄຟຟ້າຂອງທ້ອງຖິ່ນ.

ໂດຍຖືເອົາການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ເປັນໂອກາດທີ່ດີ, ຈີນໄດ້ເປີດປະຕູສູ່ພາຍນອກນັບມື້ນັບກວ້າງຂວາງອອກ. ເຊິ່ງເຫັນໄດ້ຈາກການເລັ່ງສ້າງລະບົບເຊື່ອມໂຍງເຊື່ອມຈອດໂຄງລ່າງດ້ານຕ່າງໆຢູ່ເຂດໃນແຜ່ນດິນໃຫຍ່, ຂະນະທີ່ເຂດແຄມຝັ່ງທະເລໄດ້ຍົກສູງລະດັບການຄ້າກັບຕ່າງປະເທດ ແລະ ການຮ່ວມມືດ້ານການລົງທຶນຢ່າງບໍ່ຢຸດຢັ້ງ, ຕະຫຼາດຈີນກັບຕະຫຼາດໂລກມີສາຍພົວພັນກັນຍິ່ງແໜ້ນແຟ້ນກວ່າເກົ່າ. ຈີນໄດ້ຮ່ວມກັບ 150 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນລົງນາມໃນເອກະສານການຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ດຳເນີນໂຄງການຮ່ວມມືຕົວຈິງຫຼາຍພັນໂຄງການ. ຍົກຕົວຢ່າງ:  ເສັ້ນທາງລົດໄຟຈີນ-ລາວໃນຖານະເປັນໂຄງການສັນຍາລັກຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນໄດ້ສ້າງໂອກາດ ແລະ ຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນຢູ່ລຽບຕາມເສັ້ນທາງລົດໄຟ. ນອກນີ້,  ນັບມາຮອດທ້າຍເດືອນມິຖຸນາປີ 2023, ຈີນໄດ້ຮ່ວມກັບ 40 ກວ່າປະເທດລົງນາມໃນເອກະສານການຮ່ວມມືດ້ານຄວາມສາມາດການຜະລິດ, ວິສາຫະກິດຈີນໄດ້ຮ່ວມມືກັບລັດຖະບານແລະວິສາຫະກິດຂອງປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສ້າງເຂດນິຄົມອຸດສາຫະກຳຫຼາຍກວ່າ 70 ແຫ່ງຢູ່ປະເທດເຫຼົ່ານີ້.



ເສັ້ນທາງລົດໄຟຈີນ-ລາວ

 

ຈາກໂຄງການຍຸດທະສາດ “3820” ຮອດ “ໜຶ່ງແລວໜຶ່ງເສັ້ນທາງ”,  ທ່ານສີຈິ້ນຜິງໄດ້ນຳໃຊ້ “ກະແຈຄຳ” ແຫ່ງການເປີດປະຕູສູ່ພາຍນອກ ໂດຍເປີດປະຕູໃຫຍ່ແຫ່ງການພັດທະນາຂອງຈີນຢ່າງບໍ່ຢຸດຢັ້ງ.