ທ່ານຫວາງຢີ້ ໄດ້ນຳສະເໜີໝາກຜົນແຫ່ງການຮ່ວມມືຈີນ-ອາຊຽນ

2024-07-26 17:44:14 cri


ວັນທີ 26 ກໍລະກົດນີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ແນະນຳໝາກຜົນແຫ່ງການຮ່ວມມືລະຫວ່າງສອງຝ່າຍ ໃນເວລາເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນຢູ່ນະຄອນຫຼວງວຽງຈັນ.

ໜຶ່ງ, ການພົວພັນດ້ານເສດຖະກິດການຄ້ານັບມື້ນັບແໜ້ນແຟ້ນ. ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງອາຊຽນເປັນເວລາ 15 ປີລຽນຕິດ, ອາຊຽນກໍໄດ້ເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນເປັນເວລາ 4 ປີລຽນຕິດ. ໃນ 6 ເດືອນຕົ້ນປີນີ້, ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນປີ 2023, ການລົງທຶນຂອງຈີນໃນອາຊຽນໄດ້ເພີ່ມຂຶ້ນສູງເຖິງ 44,6%, ການລົງທຶນສອງຝ່າຍລວມກັນແລ້ວຫຼາຍກວ່າ 380 ຕື້ໂດລາສະຫະລັດ.

ສອງ, ການໄປມາຫາສູ່ກັນແລະແລກປ່ຽນວັດທະນະທຳໄດ້ຟື້ນຟູຢ່າງວ່ອງໄວ. ຈໍານວນຖ້ຽວບິນໂດຍກົງລະຫວ່າງສອງຝ່າຍໄດ້ບັນລຸຫຼາຍກວ່າ 2,300 ຖ້ຽວຕໍ່ອາທິດ, ກັບຄືນສູ່ເກືອບ 70% ຂອງລະດັບກ່ອນການລະບາດພະຍາດໂຄວິດ, ໃນປີແລກປ່ຽນວັດທະນະທຳຈີນ-ອາຊຽນນີ້ ໄດ້ບັນລຸ "ກິດຈະກຳປະຈຳອາທິດ ແລະ ຈຸດເດັ່ນປະຈຳເດືອນ", ໄດ້ຍົກລະດັບການເຄື່ອນໄຫວປ່ຽນແປງໃໝ່ໃນທຸກຊັ້ນຄົນ.

ສາມ, ການເຊື່ອມໂຍງເຊື່ອມຈອດກັນແມ່ນເລິກເຊິ່ງແລະແຂງແຮງ. ການຂົນສົ່ງຜູ້ໂດຍສານແລະສິນຄ້າຕາມທາງລົດໄຟຈີນ-ລາວໄດ້ສືບຕໍ່ເພີ່ມຂຶ້ນເລື້ອຍໆ, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ກາຍເປັນທາງລົດໄຟທີ່ມີຊື່ສຽງອີກສາຍໜຶ່ງ, ທາງລົດໄຟຂ້າມແດນຈີນ-ລາວ-ໄທ-ມາເລເຊຍໄດ້ເປີດນຳໃຊ້ຢ່າງເປັນທາງການ. ລົດໄຟຂົນສົ່ງເຊື່ອມຕໍ່ທາງທະເລ-ທາງບົກຕາມເສັ້ນທາງລົດໄຟທາງບົກທາງທະເລຢູ່ພາກຕາເວັນຕົກ ໄດ້ມີປະລິມານການຂົນສົ່ງເພີ່ມຂຶ້ນ 20,8% ໃນເຄິ່ງປີທຳອິດຂອງປີນີ້, ໄດ້ຊຸກຍູ້ໃຫ້ທຸກຝ່າຍເຊື່ອມໂຍງເຊື່ອມຈອດກັນຢ່າງເລິກເຊິ່ງ.

ສີ່, ພະລັງແມ່ແຮງອັນໃໝ່ເກີດຂຶ້ນເລື້ອຍໆ. ອາຊຽນໄດ້ກາຍເປັນພາກພື້ນທີ່ມີການລົງທຶນຢູ່ຕ່າງປະເທດຫຼາຍທີ່ສຸດໂດຍບໍລິສັດລົດຍົນຂອງຈີນ. ໃນປີ 2023, ຍີ່ຫໍ້ຈີນໄດ້ກວມເອົາ 67% ຂອງຍອດຈຳນວນການຈຳໜ່າຍລົດພະລັງງານໃໝ່ຂອງອາຊຽນ. ຂອບເຂດການຮ່ວມມືດ້ານພະລັງງານສະອາດເຊັ່ນ: ພະລັງງານລົມ, ນ້ຳຕົກ, ແລະພະລັງງານແສງຕາເວັນສືບຕໍ່ຂະຫຍາຍຕົວ, ໄດ້ຊ່ວຍເຫຼືອການຫັນເປັນພະລັງງານພາກພື້ນຢ່າງມີປະສິດທິຜົນ. ການຮ່ວມມືລະຫວ່າງເຂດອ່າວກວາງຕຸ້ງ-ຮົງກົງ-ມາກາວ, ທ່າກຳປັ່ນການຄ້າເສລີໄຫຫຼໍາ ກັບອາຊຽນ ໄດ້ມີໝາກຜົນໃນເບື້ອງຕົ້ນ, ສູນລົງທຶນທ່າກຳປັ່ນການຄ້າເສລີໄຫຫຼໍາຢູ່ອາຊີຕາເວັນອອກສຽງໃຕ້ ໄດ້ເລີ່ມດຳເນີນການຢ່າງເປັນທາງການ.