ທ່ານ ຫວາງຢີ້ ພົບປະກັບຜູ້ຕາງໜ້າຂັ້ນສູງສະຫະພາບເອີລົບດ້ານການຕ່າງປະເທດ ແລະ ນະໂຍບາຍຄວາມໝັ້ນຄົງ

2024-07-27 09:44:00 CRI

 

ວັນທີ 26 ກໍລະກົດນີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານໂຈເຊັບ ໂບແລນ Josep Borrell ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບທີ່ຮັບຜິດຊອບວຽກງານນະໂຍບາຍການຕ່າງປະເທດແລະຄວາມໝັ້ນຄົງຂອງສະຫະພາບເອີລົບ.

 

ທ່ານຫວາງຢີ້ກ່າວວ່າ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ສ້າງແຜນການສະບັບໃໝ່ເພື່ອລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ; ການພັດທະນາທີ່ມີຄຸນນະພາບສູງແລະການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນກໍ່ຈະນຳເອົາໂອກາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງຈີນ-ສະຫະພາບເອີລົບ. ຈີນ-ສະຫະພາບເອີລົບມີຄວາມເຫັນທີ່ຄືກັນຫຼາຍກວ່າຄວາມເຫັນທີ່ແຕກຕ່າງກັນຢ່າງຫຼວງຫຼາຍ, ການພົວພັນລະຫວ່າງຈີນກັບສະຫະພາບເອີລົບທີ່ປອດໄສ, ໝັ້ນຄົງແລະຍືນຍົງແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງຝ່າຍແລະກໍ່ແມ່ນຄວາມປາຖະໜາຮ່ວມຂອງປະຊາຄົມໂລກ.  ຈີນແລະສະຫະພາບເອີລົບຄວນຍຶດໝັ້ນເປັນຄູ່ຮ່ວມມືກັນ, ຍຶດໝັ້ນຫຼັກໝັ້ນຂອງການຮ່ວມມື, ເຄົາລົບຄວາມປາຖະໜາແລະການເລືອກຂອງປະຊາຊົນຂອງຕົນ, ດຳເນີນການສົນທະນາທີ່ສະເໝີພາບ, ເພີ່ມຄວາມເຂົ້າໃຈກັນ, ແກ້ໄຂຄວາມບໍ່ແນ່ນອນຂອງສະຖານະການສາກົນດ້ວຍຄວາມໝັ້ນຄົງຂອງການພົວພັນຈີນ-ສະຫະພາບເອີລົບ. ຫວັງວ່າອົງການຊຸດໃໝ່ຂອງ EU ຈະດຳເນີນນະໂຍບາຍທີ່ສົມເຫດສົມຜົນແລະຕິດແທດຕົວຈິງຕໍ່ຈີນ, ເບິ່ງການພັດທະນາຂອງຈີນຢ່າງມີໄມຕີຈິດແລະພາວະວິໄສ, ແລະການພົວພັນຈີນ-ສະຫະພາບເອີລົບດຳເນີນໄປດ້ວຍດີ.

 

ທ່ານຫວາງຢີ້ກ່າວວ່າ, ການສືບສວນຕ້ານການອຸປະຖຳຂອງສະຫະພາບເອີລົບຕໍ່ລົດໄຟຟ້າຂອງຈີນແມ່ນລັດທິປົກປ້ອງການຄ້າແທ້ໆ ແລະກໍບໍ່ມີຜົນດີຕໍ່ການຫັນເປັນສີຂຽວຂອງໂລກ.  ຫວັງວ່າສອງຝ່າຍຜ່ານການສົນທະນາແລະເປິກສາຫາລືກັນ, ສາມາດຊອກຫາມາດຕະການແກ້ໄຂທີ່ເໝາະສົມ, ພ້ອມກັນປົກປັກຮັກສາລະບົບການຄ້າເສລີແລະເສດຖະກິດໂລກາພິວັດ.

 

ທ່ານ Borrell ກ່າວວ່າ: ອີຢູ ໃຫ້ຄວາມສຳຄັນຕໍ່ການພົວພັນລະຫວ່າງ EU - ຈີນ ແລະ ຮັກສາເອກະລາດໃນນະໂຍບາຍຕໍ່ຈີນ.  ຍິນດີຮັກສາການສື່ສານກັບຈີນແລະເຂົ້າໃຈຫຼັກໝັ້ນຂອງໃຜລາວໃຫ້ດີກວ່າເກົ່າ.  ສະຫະພາບເອີລົບຈະບໍ່ເຂົ້າຮ່ວມການສະກັດກັ້ນການພັດທະນາຂອງຈີນ, ຍິນດີທີ່ໄດ້ເຫັນການພັດທະນາຂອງຈີນ, ຫວັງວ່າຈະແບ່ງປັນຄວາມວິຕົກກັງວົນເຊິ່ງກັນແລະກັນກັບຈີນແລະພັດທະນາການພົວພັນດ້ານເສດຖະກິດການຄ້າລະຫວ່າງສະຫະພາບເອີລົບກັບຈີນ.  ສະຫະພາບເອີລົບເຫັນໂດຍຕະຫຼອດວ່າໄຕ້ຫວັນບໍ່ແມ່ນປະເທດ, ແລະລັດຖະບານແຫ່ງສາທາລະນະລັດປະຊາຊົນຈີນແມ່ນລັດຖະບານທີ່ຊອບທຳພຽງດຽວທີ່ຕາງໜ້າໃຫ້ທົ່ວປະເທດຈີນ, ສະຫະພາບເອີຣົບຈະສືບຕໍ່ປະຕິບັດນະໂຍບາຍຈີນດຽວ.  ສະຫະພາບເອີລົບໃຫ້ຄວາມສຳຄັນຕໍ່ຂໍ້ລິເລີ່ມສັນຕິພາບຂອງຈີນແລະເບຼຊິນກ່ຽວກັບການແກ້ໄຂທາງການເມືອງຂອງວິກິດການອູແກຣນ, ຊົມເຊີຍຈີນທີ່ຊຸກຍູ້ຄວາມປອງດອງກັນລະຫວ່າງຝ່າຍຕ່າງໆຂອງປາແລັດສະຕີນແລະຍິນດີຮ່ວມກັບຈີນເພື່ອຊຸກຍູ້ສັນຕິພາບ.

 

ທ່ານຫວາງຢີ້ກ່າວຢ້ຳເຖິງຫຼັກໝັ້ນຂອງຈີນກ່ຽວກັບວິກິດການອູແກຣນ, ໂດຍກ່າວວ່າ, ບຸລິມະສິດອັນດັບໜຶ່ງແມ່ນການເຮັດໃຫ້ສະຖານະການເຢັນລົງ, ຈີນຍຶດໝັ້ນຊຸກຍູ້ການເຈລະຈາສັນຕີພາບແລະການແກ້ໄຂທາງການເມືອງ, ຈີນສະໜັບສະໜູນສະຫະພາບເອີລົບເສີມຂະຫຍາຍບົດບາດນຳທາງ, ຊອກຫາສະຖາປັດຕະຍະກໍາຄວາມປອດໄພເອີຣົບທີ່ມີຄວາມສົມດູນ, ມີປະສິດທິພາບແລະຍືນຍົງ.