ຫັນເອົາແຜນຍຸດທະສາດທີ່ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໃຫ້ກາຍເປັນກຳລັງແຂງແຮງເພື່ອດຳເນີນວຽກງານການຕ່າງປະເທດໃນຖານະປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ

2024-07-27 12:58:30 CRI


ວັນທີ 26 ກໍລະກົດນີ້, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນຈະຍຶດໝັ້ນຖືເອົາແນວຄິດສີຈິ້ນຜິງກ່ຽວກັບວຽກງານການຕ່າງປະເທດເປັນການຊີ້ທິດເຍືອງທາງ, ຈັດຕັ້ງປະຕິບັດຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຢ່າງຮອບດ້ານ, ຫັນເອົາແຜນຍຸດທະສາດທີ່ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໃຫ້ກາຍເປັນກຳລັງແຂງແຮງເພື່ອດຳເນີນວຽກງານການຕ່າງປະເທດໃນຖານະປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ.


ໃນກອງປະຊຸມຖະແຫຼງຂ່າວ, ທ່ານນາງເໝົານິງໄດ້ຕອບຄຳຖາມທີ່ກ່ຽວຂ້ອງ ໂດຍກ່າວວ່າ: “ຄວາມທັນສະໄໝແບບຈີນເປັນຄວາມທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຈີນບັນລຸຄວາມທັນສະໄໝເປັນການເຕີບໂຕຂອງກຳລັງສັນຕິພາບ ແລະ ກຳລັງການພັດທະນາຂອງໂລກ.” ພວກເຮົາຈະປະຕິບັດຕາມທັດສະນະຄວາມໝັ້ນຄົງແບບຮ່ວມກັນ ກວມລວມ ຮ່ວມມື ແລະ ຍືນຍົງ, ຍຶດໝັ້ນແກ້ໄຂຄວາມຂັດແຍ້ງດ້ວຍການສົນທະນາກັນ, ແກ້ໄຂຄວາມເຫັນທີ່ຕ່າງກັນດ້ວຍການເປິກສາຫາລື, ຊຸກຍູ້ສົ່ງເສີມຄວາມໝັ້ນຄົງດ້ວຍການຮ່ວມມື. ພວກເຮົາເດັດດ່ຽວຊຸກຍູ້ການເປີດປະຕູສູ່ພາຍນອກດ້ານລະບຽບການໃນລະດັບສູງ, ສະໜອງໂອກາດໃໝ່ໃຫ້ແກ່ການພັດທະນາຂອງໂລກດ້ວຍຜົນສຳເລັດອັນໃໝ່ຂອງຄວາມທັນສະໄໝແບບຈີນ. ພວກເຮົາເຊີດຊູຄ່ານິຍົມຮ່ວມຂອງມວນມະນຸດ, ຊຸກຍູ້ການສົນທະນາແບບສະໝີພາບ ແລະ ການແລກປ່ຽນລະຫວ່າງອະລິຍະທຳຕ່າງໆ, ສະໜອງແຮງຂັບເຄື່ອນທີ່ບໍ່ເຫືອດແຫ້ງໃຫ້ກັບຄວາມກ້າວໜ້າຂອງອະລິຍະທຳມະນຸດ.