ອາເມຣິກາໄດ້ສະໜອງລູກລະເບີດ ແລະ ລູກສອນໄຟນຳວິຖີຫຼາຍກວ່າ 25.000 ໜ່ວຍໃຫ້ແກ່ອິດສະຣາແອນໃນການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບນີ້

2024-07-27 14:16:16 CRI

 

   ວັນທີ 25 ກໍລະກົດນີ້, ໜັງສືພິມນິວຢອກທາມຂອງອາເມຣິກາໄດ້ລາຍງານໂດຍອີງຕາມຕົວເລກຂໍ້ມູນຈາກສະຖາບັນຄົ້ນຄວ້າວຽກງານຄວາມໝັ້ນຄົງແຫ່ງຊາດອາເມຣິກາເປີດເຜີຍໃນອາທິດນີ້ວ່າ: ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບນີ້ແຕ່ວັນທີ 7 ຕຸລາ 2023 ເປັນຕົ້ນມາ, ອາເມຣິກາໄດ້ສະໜອງລູກລະເບີດ ແລະ ລູກສອນໄຟນຳວິຖີຫຼາຍກວ່າ 25.000 ໜ່ວຍໃຫ້ແກ່ອິດສະຣາແອນ, ນອກນັ້ນຍັງມີຍົນ, ລູກປືນ, ລະບົບປ້ອງກັນທາງອາກາດ ແລະອື່ນໆ. ອາເມຣິກາເປັນປະເທດທີ່ໃຫ້ການຊ່ວຍເຫຼືອດ້ານການທະຫານຫຼາຍທີ່ສຸດແກ່ອິດສະຣາແອນ. ໃນຫຼາຍປີມໍ່ໆມານີ້, ອາເມຣິກາໄດ້ສະໜອງການຊ່ວຍການດ້ານການທະຫານທີ່ມີມູນຄ່າຫຼາຍຕື້ໂດລາໃຫ້ແກ່ອິດສະຣາແອນໃນທຸກໆປີ.