ເວທີສົນທະນາ “ການລົງເລິກປະຕິຮູບຂອງຈີນໃນຍຸກໃໝ່ກັບໂອກາດຂອງໂລກ” ໄດ້ຈັດຂຶ້ນຢູ່ລາວ, ສີລັງກາ ແລະ ອິນໂດເນເຊຍ

2024-07-27 14:00:13 CRI

 

    ຫວ່າງມໍ່ໆມານີ້, ເວທີສົນທະນາ “ການລົງເລິກປະຕິຮູບຂອງຈີນໃນຍຸກໃໝ່ກັບໂອກາດຂອງໂລກ” ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ເປັນເຈົ້າພາບໄດ້ຈັດຂຶ້ນຢູ່ລາວ, ສີລັງກາ ແລະ ອິນໂດເນເຊຍຢ່າງສໍາເລັດຜົນ. ບຸກຄົນສໍາຄັນທາງການເມືອງເຊັ່ນ: ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ວິຣາສິງເຫ ກິກາເນວ ເລຂາທິການໃຫຍ່ພັກຄອມມູນິດສີລັງກາ ເປັນຕົ້ນ ພ້ອມດ້ວຍຜູ້ຊ່ຽວຊານຈາກວົງການການສຶກສາ ແລະ ຜູ້ຕາງໜ້າຊາວໜຸ່ມໄດ້ດໍາເນີນການແລກປ່ຽນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ຄວາມໝາຍອັນເລິກເຊິ່ງຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນສະໄໝທີ 20 ທີ່ມີຕໍ່ປະເທດຕ່າງໆໃນອາຊີ, ຈີນລົງເລິກການປະຕິຮູບຢ່າງຮອບດ້ານໄດ້ນໍາເອົາໂອກາດໃໝ່ໃຫ້ແກ່ໂລກ ເປັນຕົ້ນ.



    ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນສະໄໝທີ 20 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ທ່ານຫວັງວ່າຊາວໜຸ່ມລາວຈະຮັບຮູ້ຜົນສໍາເລັດອັນຍິ່ງໃຫຍ່ ແລະ ບົດຮຽນອັນລໍ້າຄ່າຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃນຍຸກໃໝ່ຂອງຈີນຢ່າງເລິກເຊິ່ງ, ພ້ອມທັງຫັນເອົາບົດຮຽນເຫຼົ່ານີ້ໃຫ້ກາຍເປັນກໍາລັງທີ່ແຂງແຮງໃນການຊຸກຍູ້ຄວາມກ້າວໜ້າ ແລະ ການພັດທະນາແບບປະດິດສ້າງຂອງສັງຄົມລາວ, ປະກອບສ່ວນທາງດ້ານສະຕິປັນຍາຂອງຕົນເຂົ້າໃນການສ້າງສາພັດທະນາປະເທດຊາດ.


    ປັດຈຸບັນ, ການລາຍງານທີ່ກ່ຽວຂ້ອງຂອງເວທີສົນທະນາ “ການລົງເລິກປະຕິຮູບຂອງຈີນໃນຍຸກໃໝ່ກັບໂອກາດຂອງໂລກ” ໄດ້ອອກອາກາດຜ່ານສື່ສໍາຄັນຕ່າງໆຂອງລາວ, ສີລັງກາ ແລະ ອິນໂດເນເຊຍແລ້ວ.