ງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ໄຂຂຶ້ນຢູ່ນະຄອນຫຼວງປາຣີປະເທດຝຣັ່ງ

2024-07-27 12:46:21 CRI


ວັນທີ 26 ກໍລະກົດນີ້, ງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປາຣີປະເທດຝຣັ່ງ.


ໃນງານກິລາໂອລິມປິກຄັ້ງນີ້, ມີນັກກິລາເຂົ້າຮ່ວມ 10.500 ຄົນທີ່ມາຈາກ 200 ກວ່າປະເທດ ແລະ ເຂດແຄວ້ນພ້ອມທັງຕົວແທນຊາວອົບພະຍົບເພື່ອເຂົ້າຮ່ວມການແຂ່ງຂັນ 32 ລາຍການໃຫຍ່ 45 ລາຍການສາຂາ 329 ລາຍການຍ່ອຍ, ການເຂົ້າຮ່ວມແຂ່ງຂັນຂອງນັກກິລາເພດຊາຍ ແລະ ເພດຍິງແມ່ນມີຈຳນວນເທົ່າກັນເປັນຄັ້ງທຳອິດ.