ວິທະຍຸໂທລະພາບສູນກາງຈີນຈະລົງເລິກການຮ່ວມມືກັບຄະນະກຳມະການໂອລິມປິກແລະກິລາແຫ່ງຊາດຝະຣັ່ງ

2024-07-27 15:08:27 cri


ວັນທີ 26 ກໍລະກົດນີ້, ທ່ານເຊີ້ນຫາຍຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຫົວໜ້າວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ພົບປະກັບທ່ານເດວິດ ລາພາຕີເອັນ ປະທານຄະນະກຳມະການໂອລິມປິກແລະກິລາແຫ່ງຊາດຝະຣັ່ງ, ປະທານຄະນະກຳມະການການແຂ່ງຂັນກິລາເອເລັກໂຕຼນິກຂອງຄະນະກຳມະການໂອລິມປິກສາກົນ. ສອງຝ່າຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການລົງເລິກການຮ່ວມມືຢ່າງຮອບດ້ານ, ແລະໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການແຂ່ງຂັນກິລາເອເລັກໂຕຼນິກ, ການຈັດງານກິລາໂອລິມປິກລະດູໜາວຢູ່ເຂດພູແອວພົສຝະຣັ່ງໃນປີ 2030 ແລະອື່ນໆ.

ທ່ານເຊີ້ນຫາຍຊົງກ່າວວ່າ, ໃນຖານະເປັນສື່ມວນຊົນສາກົນທີ່ຮັບໜ້າທີ່ປະຕິບັດໂຄງການສົ່ງສັນຍານຖ່າຍທອດສາທາລະນະສາກົນຂອງງານກິລາໂອລິມປິກປາຣີຫຼາຍກວ່າໝູ່, ຄວາມຍິ່ງໃຫຍ່ຂອງການລາຍງານໃນເທື່ອນີ້ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ເຊິ່ງຈະນຳເອົາງານມະຫະກຳກິລາທີ່ຍອດຢ້ຽມມາສູ່ຜູ້ຊົມຫຼາຍຮ້ອຍລ້ານຄົນໃນທົ່ວໂລກ ດ້ວຍເຕັກໂນໂລຊີ “5G+4K/8K+AI” ແລະຄວາມສາມາດຜະລິດລາຍການກິລານຳໜ້າໂລກ.


ທ່ານລາພາຕີເອັນກ່າວວ່າ, ຄວາມສາມາດໃນດ້ານການຜະລິດແລະຖ່າຍທອດລາຍການກິລາຂອງ CMG ແມ່ນຢູ່ໃນລະດັບນຳໜ້າໂລກ, ເຕັກໂນໂລຊີການປະດິດສ້າງໃໝ່ກໍ່ນຳໜ້າສາກົນ, ເຮັດໃຫ້ການລາຍງານງານກິລາໂອລິມປິກໃນຄັ້ງນີ້ເປັນຕາໜ້າຄອງຄອຍ. ຍິນດີຖືງານກິລາໂອລິມປິກເປັນໂອກາດ, ຮ່ວມມືກັບ CMG, ຮ່ວມມືສ້າງລາຍການໃນຂົງເຂດທ່ອງທ່ຽວ, ອາຫານ, ວັດທະນະທຳແລະອື່ນໆ, ຄອງຄອຍຮັກສາການຕິດຕໍ່ພົວພັນກັບ CMG ຢ່າງແໜ້ນແຟ້ນໃນອະນາຄົດ.