ຂໍ້ມູນຢືນຢັນວ່າ, ອາເມຣິກາເປັນ “ປະເທດໃຊ້ມາດຕະການທີ່ລົງໂທດປະເທດອື່ນຫຼາຍກວ່າໝູ່ໃນໂລກ”

2024-07-27 15:09:31 cri


ໜັງສືພິມວໍຊິງຕັນພົສ ອາເມຣິກາສະບັບວັນທີ 25 ກໍລະກົດນີ້ ໄດ້ເກັບຂໍ້ມູນຕົວເລກຫຼາຍຝ່າຍແລ້ວຢືນຢັນວ່າ, ປັດຈຸບັນ, ອາເມຣິກາແມ່ນປະເທດທີ່ໃຊ້ມາດຕະການລົງໂທດປະເທດອື່ນຫຼາຍກວ່າໝູ່ໃນໂລກ.


ຂ່າວແຈ້ງໃຫ້ຮູ້ວ່າ, ການລົງໂທດໄດ້ກາຍເປັນພາຫະນະອັນສຳຄັນທີ່ສຸດໃນນະໂຍບາຍການຕ່າງປະເທດຂອງລັດຖະບານອາເມຣິກາ, ອາເມຣິກາກໍ່ສົງຄາມເສດຖະກິດດ້ວຍການລົງໂທດເສດຖະກິດປະເທດອື່ນຢ່າງຕໍ່ເນື່ອງແນ່ນອນຈະສົ່ງຜະກະທົບຕໍ່ອາເມຣິກາຄືນ. ເຈົ້າໜ້າທີ່ຈຳນວນບໍ່ໜ້ອຍໄດ້ຮູ້ຄວາມສ່ຽງຂອງການໃຊ້ມາດຕະການລົງໂທດຢ່າງຊະຊາຍແລ້ວ, ແຕ່ຜູ້ນຳອາເມຣິກາພັດນັບມື້ນັບຍາກທີ່ຈະປັດສະຈາກບໍ່ອາໄສການລົງໂທດປະເທດອື່ນ.


ຂໍ້ມູນຕົວເລກສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 19 ເມສາປີນີ້, ລັດຖະບານອາເມຣິກາໄດ້ດຳເນີນການລົງໂທດທີ່ບັງເກີດຜົນ 15.373 ເທື່ອ, ໃນນັ້ນ ເປັນປະເທດແລະເຂດແຄວ້ນທີ່ມີລາຍຮັບຕ່ຳຫຼາຍກວ່າ 60% ໃນຂອບເຂດທົ່ວໂລກ ກຳລັງໄດ້ຮັບການລົງໂທດໃດໜຶ່ງຂອງອາເມຣິກາ. ນັບແຕ່ປີ 1950 ເປັນຕົ້ນມາ, ປະເທດທີ່ຖືກອາເມຣິກາລົງໂທດຢ່າງໜັກໜ່ວງກວ່າໝູ່ນັ້ນ ລວມມີອີຣານ, ຊີຣີ, ສ.ປ.ປເກົາຫຼີ, ກູບາແລະເວເນຊູເອລາ.