ທ່ານ ຫວາງຢີ້ ພົບປະກັບລັດຖະມົນຕີການຕ່າງປະເທດຟີລິບປິນ

2024-07-27 09:49:51 CRI


ວັນທີ 26 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານ ເອັນຣິເຄວ ມານາໂລ ລັດຖະມົນຕີກະຊວງການຕ່າງປະເທດຟີລິປິນ.

 

ທ່ານ ຫວາງຢີ້ ກ່າວວ່າ: ຈີນ ແລະ ຟີລິບປິນ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ຢູ່ສອງຟາກທະເລ.  ການມີມິດຕະພາບຕໍ່ກັນ, ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ສະແຫວງຫາການພັດທະນາຮ່ວມກັນ ແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງທັງສອງປະເທດ.  ປະສົບການ ແລະ ບົດຮຽນທາງບວກ ແລະ ທາງລົບລະຫວ່າງຈີນ-ຟີລິບປິນໃນຊຸມປີມໍ່ໆມານີ້ໄດ້ຢັ້ງຢືນເທື່ອແລ້ວເທື່ອອີກວ່າ ການສ້າງສາຍພົວພັນທີ່ດີບໍ່ແມ່ນເລື່ອງງ່າຍ, ແຕ່ທຳລາຍມັນພັດງ່າຍຫຼາຍ.  ປັດຈຸບັນ, ການພົວພັນລະຫວ່າງຈີນ-ຟີລິບປິນ ພວມປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງໜັກໜ່ວງ, ແມ່ນຍ້ອນຟີລິບປິນໄດ້ຝ່າຝືນຄວາມເຫັນທີ່ເປັນເອກະພາບກັນລະຫວ່າງສອງຝ່າຍ ແລະ ຄຳໝັ້ນສັນຍາຂອງຕົນ ພ້ອມທັງລ່ວງລະເມິດສິດທາງທະເລຂອງຈີນຢ່າງບໍ່ຢຸດຢັ້ງ ແລະ ປ່າວຂ່າວໃຫ້ຫຼາຍຂຶ້ນ.  ຈີນມີຄວາມເປັນຫ່ວງຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້.  ຖ້າຟີລິບປິນນໍາເຂົ້າລະບົບຂີປະນາວຸດໄລຍະກາງຂອງອາເມຣິກາ, ຈະສ້າງຄວາມເຄັ່ງຕຶງທີ່ເປັນປໍລະປັກກັນໃນພາກພື້ນ ແລະ ເຮັດໃຫ້ເກີດການແຂ່ງຂັນດ້ານອາວຸດຍຸດໂທປະກອນ ເຊິ່ງບໍ່ສອດຄ່ອງກັບຜົນປະໂຫຍດ ແລະ ຄວາມປາດຖະຫນາຂອງປະຊາຊົນຟີລິບປິນ.

 


ທ່ານ ຫວາງຢີ້ ກ່າວຕື່ມວ່າ: ຫວ່າງມໍ່ໆມານີ້, ຈີນກັບຟີລິບປິນໄດ້ບັນລຸຂໍ້ຕົກລົງຊົ່ວຄາວ ກ່ຽວກັບບັນຫາສະໜອງເຄື່ອງໃຊ້ປະຈຳວັນດ້ານມະນຸດສະທຳໃຫ້ຫາດ Ren'ai ເພື່ອຮັກສາສະຖຽນລະພາບທາງທະເລ.  ແຕ່ສິ່ງສຳຄັນ ຟີລິບປິນຕ້ອງປະຕິບັດຕາມຄຳໝັ້ນສັນຍາຂອງຕົນ, ບໍ່ປ່ຽນແປງອີກ, ບໍ່ຖອຍຄືນຫຼັງອີກ ແລະ ບໍ່ສ້າງບັນຫາໃໝ່ຂຶ້ນມາອີກ.  ຖ້າບໍ່ດັ່ງນັ້ນ, ຈີນຈະຕອບໂຕ້ຢ່າງເດັດດ່ຽວ.

 

ທ່ານ ຫວາງຢີ້ ຊີ້ໃຫ້ເຫັນວ່າ: ປັດຈຸບັນ ການພົວພັນຈີນ-ຟີລິບປິນພວມຢູ່ໃນຈຸດສີ່ແຍກ ແລະ ຜະເຊີນກັບທາງເລືອກຢູ່.  ການປະທະກັນແມ່ນບໍ່ມີທາງອອກ, ການເປິກສາຫາລື ແລະ ການເຈລະຈາຈຶ່ງແມ່ນວິທີທີ່ຖືກຕ້ອງ.  ຫວັງວ່າຟີລິບປິນຈະພິຈາລະນາຢ່າງຈິງຈັງ ກ່ຽວກັບເສັ້ນທາງການພົວພັນລະຫວ່າງຈີນກັບຟີລິບປິນໃນອະນາຄົດ, ເດີນໄປຕາມທິດດຽວກັນກັບຝ່າຍຈີນ, ຊຸກຍູ້ການພົວພັນສອງປະເທດໃຫ້ກັບຄືນສູ່ເສັ້ນທາງທີ່ຖືກຕ້ອງໂດຍໄວ.

 

ທ່ານ ມານາໂລ ກ່າວວ່າ, ຟີລິບປິນ ແລະ ຈີນ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ສອງຝ່າຍໄດ້ສ້າງການພົວພັນຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານປະຕິບັດຕໍ່ກັນຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.  ເຖິງວ່າສອງຝ່າຍໄດ້ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຍ້ອນບັນຫາທາງທະເລກໍ່ຕາມ, ແຕ່ຟີລິບປິນຈະສຸມໃສ່ຜ່ອນຄາຍສະພາບຄວາມເຄັ່ງຕຶງໂດຍຜ່ານການເປິກສາຫາລື ແລະ ແກ້ໄຂຄວາມຂັດແຍ້ງກັນຢ່າງມີລັກສະນະສ້າງສັນ.  ຫວ່າງມໍ່ໆມານີ້, ສອງຝ່າຍໄດ້ຈັດກອງປະຊຸມກົນໄກເປິກສາຫາລືກ່ຽວກັບບັນຫາທະເລຈີນໃຕ້ ແລະ ໄດ້ບັນລຸຄວາມເຫັນເປັນເອກະພາບກັນກ່ຽວກັບການຄວບຄຸມສະພາບການທາງທະເລ ເຊິ່ງໄດ້ສະແດງໃຫ້ເຫັນເຖິງນ້ຳໃຈມິດຕະພາບຂອງສອງຝ່າຍ ທັງບໍ່ກະທົບເຖິງຫຼັກໝັ້ນຂອງໃຜລາວ. ຟີລິບປີນຍິນດີຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນດັ່ງກ່າວນີ້ໃຫ້ດີ. ປີໜ້າແມ່ນປີທີ່ຟີລິບປິນ ແລະ ຈີນສ້າງສາຍພົວພັນທາງການທູດ ຄົບຮອບ 50 ປີ, ຟິລິບປິນຍິນດີນຳໃຊ້ທ່າທີທີ່ຈິງໃຈ ແລະ ແທດເໝາະກັບສະພາບຄວາມເປັນຈິງ, ເພີ່ມທະວີການແລກປ່ຽນກັບຝ່າຍຈີນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ປັບປຸງການພົວພັນລະຫວ່າງສອງປະເທດໃຫ້ດີຂຶ້ນ.