ລັດຖະມົນຕີການເງິນກັບຜູ້ອຳນວຍການໃຫຍ່ທະນາຄານກາງ ກຸ່ມ 20 ປະເທດບັນລຸຄວາມເຫັນທີ່ເປັນເອກະພາບກ່ຽວກັບການຮ່ວມມືພາສີສາກົນ

2024-07-27 15:10:02 cri

ວັນທີ 26 ກໍລະກົດນີ້, ກອງປະຊຸມລັດຖະມົນຕີກະຊວງການເງິນຄັ້ງທີ 3 ຂອງກຸ່ມ 20 ປະເທດປີນີ້ໄດ້ອັດລົງຢູ່ນະຄອນຣິໂອຈາແນໂຣປະເທດເບຣຊີນ. ກອງປະຊຸມໄດ້ປະກາດຖະແຫຼງການລັດຖະມົນຕີ, ຝ່າຍຕ່າງໆໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກ່ຽວກັບການຮ່ວມມືພາສີສາກົນ, ການສ້າງສະຫະພັນຕ້ານໄພອຶດຫິວແລະຄວາມທຸກຍາກທົ່ວໂລກ, ພະຍາຍາມຮັບມືກັບການປ່ຽນແປງທາງດ້ານດິນຟ້າອາກາດທົ່ວໂລກ ແລະບັນຫາອື່ນໆ. ລັດຖະມົນຕີການເງິນກັບຜູ້ອຳນວຍການໃຫຍ່ທະນາຄານກາງ ກຸ່ມ 20 ປະເທດໄດ້ຮ່ວມກັນລົງນາມໃນຖະແຫຼງການດັ່ງກ່າວ.


ພາຍຫຼັງກອງປະຊຸມສິ້ນສຸດລົງ, ທ່ານເຟີນັນໂດ ຮາດັດ ລັດຖະມົນຕີກະຊວງການເງິນເບຣຊິນໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ, ຖະແຫຼງການດັ່ງກ່າວໄດ້ໃຫ້ຄຳໝັ້ນສັນຍາວ່າ ຝ່າຍຕ່າງໆຈະພະຍາຍາມສ້າງລະບຽບພາສີສາກົນທີ່ປອດໃສກວ່າເກົ່າ, ສະເໝີພາບກວ່າເກົ່າແລະຍຸຕິທຳກວ່າເກົ່າ.