ຄະນະປະຈໍາກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມເພື່ອຄົ້ນຄວ້າແລະ ວາງແຜນວຽກງານປ້ອງກັນໄພນ້ຳຖ້ວມ ແລະ ກູ້ໄພ

2024-07-28 12:50:01 CRI

    ວັນທີ 25 ກໍລະກົດນີ້, ຄະນະປະຈໍາກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມເພື່ອຄົ້ນຄວ້າ ແລະ ວາງແຜນວຽກງານປ້ອງກັນໄພນ້ຳຖ້ວມ ແລະ ກູ້ໄພ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມ ແລະ ກ່າວຄໍາປາໄສອັນສໍາຄັນ.


   ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ຕ້ອງຖືເອົາຄວາມປອດໄພດ້ານຊີວິດຂອງປະຊາຊົນເປັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ, ປັບປຸງມາດຕະການຕິດຕາມວັດແທກໃຫ້ສົມບູນຕື່ມອີກ, ຍົກລະດັບຄວາມແມ່ນຢໍາຂອງການແຈ້ງເຕືອນໄພໃຫ້ສູງຂຶ້ນ, ເພີ່ມທະວີການປະສານສົມທົບກັນລະຫວ່າງການແຈ້ງເຕືອນໄພ ແລະ ການຮັບມືສຸກເສີນ, ຍົກສູງຄວາມໄວໃນການຮັບມື, ເຮັດໃຫ້ຈຸດສຸມດ້ານການປ້ອງກັນໄພພົ້ນເດັ່ນຂຶ້ນ, ກໍາແໜ້ນວຽກງານປ້ອງກັນໄພໃນຂັ້ນຮາກຖານ, ຍົກຍ້າຍປະຊາຊົນຢູ່ເຂດອັນຕະລາຍລ່ວງໜ້າຢ່າງເດັດດ່ຽວ ເພື່ອຫຼຸດຜ່ອນຈໍານວນຜູ້ເສຍຊີວິດ ແລະ ບາດເຈັບໃຫ້ໜ້ອຍທີ່ສຸດ.


   ກອງປະຊຸມໄດ້ເນັ້ນໜັກວ່າ: ຕ້ອງປະຕິບັດການຊ່ວຍເຫຼືອກູ້ໄພຢ່າງສຸດຄວາມສາມາດ, ເພີ່ມທະວີການວາງແຜນໃຫ້ເປັນເອກະພາບກັນ ແລະ ກຽມພ້ອມຮັບມືໄວ້ລ່ວງໜ້າ. ຕ້ອງເອົາໃຈໃສ່ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພເພື່ອປ້ອງກັນບໍ່ໃຫ້ເກີດຄວາມທຸກຍາກ ແລະ ປາກົດການກັບຄືນສູ່ຄວາມທຸກຍາກຍ້ອນໄພພິບັດ. ຕ້ອງເພີ່ມທະວີການສ້າງຄວາມສາມາດດ້ານການຮັບປະກັນໃນກໍລະນີສຸກເສີນ, ຍົກລະດັບຄວາມສາມາດປ້ອງກັນໄພນໍ້າຖ້ວມ ແລະ ລະບາຍນໍ້າຖ້ວມໃນຕົວເມືອງ, ປັບປຸງຈຸດອ່ອນດ້ານການລະບາຍນໍ້າຂອງດິນກະສິກໍາ ແລະ ໂຄງການປ້ອງກັນໄພນໍ້າຖ້ວມຕ່າງໆ ເຊັ່ນ: ອ່າງເກັບນໍ້າ, ຄັນຄູປ້ອງກັນນ້ຳຖ້ວມຕາມສາຍແມ່ນໍ້າຂະໜາດກາງ ແລະ ນ້ອຍທີ່ມີຄວາມອັນຕະລາຍບົ່ມຊ້ອນ ເປັນຕົ້ນ. ນໍາໃຊ້ຜົນການສໍາຫຼວດຄວາມສ່ຽງດ້ານໄພທໍາມະຊາດແບບສັງລວມໃຫ້ດີ, ສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານໂຄງລ່າງ ແລະ ກໍາລັງການຮັບມືແບບສຸກເສີນຂອງຂັ້ນຮາກຖານ ເພື່ອຍົກລະດັບຄວາມສາມາດການຫຼຸດຜ່ອນໄພພິບັດແບບສັງລວມຂອງທົ່ວສັງຄົມໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.