ນັບແຕ່ຕົ້ນປີມານີ້, ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຢ່າງຈະແຈ້ງ ຍ້ອນໄດ້ບັນລຸການປ່ຽນຖ່າຍສິນຄ້າທີ່ມາຈາກປະເທດໄທ ຢູ່ສະຖານີລົດໄຟວຽງຈັນໃຕ້, ປະເພດສິນຄ້າກໍນັບມື້ນັບຫຼາຍຂຶ້ນ, ຈາກປຸຍເຄມີ, ຖ່ານດັງໄຟ, ຢາງພາລາ ຈົນເຖິງໝາກໄມ້ສົດ ເຊິ່ງໄດ້ກວມເອົາທຸກດ້ານໃນການຜະລິດ ແລະ ຊີວິດປະຈຳວັນ. ປະລິມານການຂົນສົ່ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ເວລາໃນການຂົນສົ່ງກໍໄດ້ຫຼຸດລົງຕື່ມອີກຢ່າງຫຼວງຫຼາຍ ເຊິ່ງໄດ້ຫຼຸດຕົ້ນທຶນການຈໍລະຈອນສິນຄ້າ ແລະ ເຮັດໃຫ້ຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງຈາກບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ໄດ້ເຂົ້າເຖິງຕະຫຼາດຈີນຢ່າງວ່ອງໄວ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກຊາວຈີນ ທີ່ມີຕໍ່ອາຫານສົດ ແລະ ໝາກໄມ້ສົດ. ໃນຂະນະດຽວກັນ, ກໍໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ຊາວກະສິກອນ ແລະ ວິສາຫະກິດສົ່ງອອກຜະລິດຕະພັນກະສິກຳຂອງລາວ, ໄທ ແລະ ປະເທດອື່ນໆ ເຊິ່ງໄດ້ຊຸກຍູ້ການພັດທະນາຂອງຂະແໜງການກະສິກຳທ້ອງຖິ່ນ ແລະ ສ້າງລາຍໄດ້ໃຫ້ແກ່ຊາວກະສິກອນທ້ອງຖິ່ນ. ຫວ່າງມໍ່ໆມານີ້, ຄຽງຄູ່ກັບຂະບວນລົດໄຟໂດຍສານຂ້າມຊາດລາວ-ໄທໄດ້ເປີດບໍລິການຢ່າງເປັນທາງການ, ການເຊື່ອມໂຍງເຊື່ອມຈອດກັນຂອງທາງລົດໄຟລະຫວ່າງຈີນ, ລາວ ແລະ ໄທກໍໄດ້ຢວ່າງບາດກ້າວອັນສຳຄັນອີກ ເຊິ່ງບໍ່ພຽງແຕ່ເຮັດໃຫ້ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານລະຫວ່າງ 3 ປະເທດດັ່ງກ່າວມີຄວາມສະດວກວ່ອງໄວຂຶ້ນເທົ່ານັ້ນ, ຫາກຍັງຊຸກຍູ້ການໄປມາຫາສູ່ລະຫວ່າງປະຊາຊົນ, ການຈໍລະຈອນສິນຄ້າ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການໄປມາຫາສູ່ດ້ານເສດຖະກິດການຄ້າລະຫວ່າງບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ຢ່າງແຂງແຮງອີກດ້ວຍ.
ພາຍໃຕ້ຂອບຍຸດທະສາດເພື່ອຫັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນຂອງລາວ, ນອກຈາກທາງລົດໄຟຈີນ-ລາວແລ້ວ, ເຄືອຂ່າຍທາງດ່ວນກໍເປັນຂອດໜຶ່ງທີ່ສຳຄັນເຊັ່ນກັນ.
ຫວ່າງມໍ່ໆມານີ້, ໃນເວລາທ່ານນາງຟາງຫົງ ເອກອັກຄະລັດຖະທູດຈີນປະຈຳລາວຄົນໃໝ່ເຂົ້າພົບປະກັບທ່ານ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງລາວ, ສອງຝ່າຍໄດ້ເປິກສາຫາລືກັນກ່ຽວກັບໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ໂດຍມີຄວາມເຫັນທີ່ເປັນເອກະພາບກັນໃຫ້ເລັ່ງຊຸກຍູ້ການກໍ່ສ້າງທາງດ່ວນຕອນທີ່ຢູ່ລະຫວ່າງອຸດົມໄຊ-ບໍ່ເຕ່ນ ເພື່ອສ້າງໃຫ້ມີປະສິດທິພາບສູງທີ່ສຸດ. ທາງດ່ວນຕອນນີ້ເປັນສ່ວນໜຶ່ງຂອງທາງດ່ວນວຽງຈັນ-ບໍ່ເຕ່ນ, ກໍແມ່ນໂຄງການສຳຄັນອີກອັນໜຶ່ງທີ່ຈະເພີ່ມທະວີການເຊື່ອມຈອດກັນລະຫວ່າງລາວກັບຈີນ ແລະ ກໍແມ່ນໜຶ່ງໃນທາງດ່ວນ 6 ສາຍ ທີ່ເຊື່ອມຕໍ່ແລວທາງເສດຖະກິດເໜືອ-ໃຕ້ ແລະ ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ.
ໃນແຜນພັດທະນາປີ 2021-2025 ຂອງກະຊວງໂຍທາທິການແລະຂົນສົ່ງລາວ, ຈະພັດທະນາພື້ນຖານໂຄງລ່າງເປັນບຸລິມະສິດ, ໂດຍຜ່ານຈາກການລົງທຶນຂອງລັດ, ຮູບແບບການຮ່ວມມື BOT ແລະ PPPs ເປັນຕົ້ນ, ສ້າງທາງດ່ວນ 6 ສາຍ, ບວກກັບທາງຫຼວງ 8 ສາຍທີ່ພວມໄດ້ຮັບການປັບປຸງ ແລະ ຍົກລະດັບໃໝ່, ຈະກາຍເປັນເຄືອຂ່າຍການຂົນສົ່ງທາງຫຼວງ ທີ່ເຊື່ອມຕໍ່ແລວທາງເສດຖະກິດເໜືອ-ໃຕ້ ແລະ ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ເຊິ່ງຈະຍົກປະສິດທິພາບດ້ານການຂົນສົ່ງທາງຫຼວງລະຫວ່າງລາວ-ຈີນ, ລະຫວ່າງລາວ-ຫວຽດ ແລະ ລະຫວ່າງລາວ-ໄທໃຫ້ສູງຂຶ້ນຢ່າງຫຼວງຫຼາຍ. ໂດຍຍົກເອົາທາງດ່ວນວຽງຈັນ-ວັງວຽງເປັນຕົວຢ່າງ, ທາງດ່ວນສາຍນີ້ໄດ້ເຮັດໃຫ້ເວລາການເດີນທາງຈາກນະຄອນຫຼວງວຽງຈັນຫາເມືອງວັງວຽງ ທີ່ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງຂອງລາວຈາກ 3 ຊົ່ວໂມງເຄິ່ງໃນເມື່ອກ່ອນຫຼຸດລົງເຫຼືອພຽງແຕ່ 1 ຊົ່ວໂມງເທົ່ານັ້ນໃນປັດຈຸບັນ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງຫຼາຍ.
ສະຫຼຸບແລ້ວວ່າ, ໂດຍອີງໃສ່ການພັດທະນາຢ່າງວ່ອງໄວ ແລະ ບົດບາດຂອງທາງລົດໄຟຈີນ-ລາວ, ພ້ອມທັງແລວທາງເສດຖະກິດເໜືອ-ໃຕ້ ແລະ ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ອີງໃສ່ເຄືອຂ່າຍທາງຫຼວງຂອງປະເທດລາວ, ລາວໄດ້ຈາກ “ປະເທດບໍ່ມີທາງອອກສູ່ທະເລ” ໃນເມື່ອກ່ອນ, ດຽວນີ້ກຳລັງເລັ່ງຄວາມໄວຂອງການເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ, ທ່າແຮງທີ່ຕັ້ງໃນພາກພື້ນຂອງລາວທີ່ເຊື່ອມຕໍ່ຈີນກັບບັນດາປະເທດໃນອາຊຽນຜ່ານທາງບົກນັບມື້ນັບສູງຂຶ້ນ ເຊິ່ງບໍ່ພຽງແຕ່ຈະຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງລາວເອງເທົ່ານັ້ນ, ຫາກຍັງຈະຊຸກຍູ້ການເຊື່ອມໂຍງເຂົ້າກັນຂອງອາຊຽນ ແລະ ຂອງພາກພື້ນອີກດ້ວຍ.