ມີຫຼາຍກວ່າ 4.55 ລ້ານຄົນຢູ່ຟິລິບປິນປະສົບໄພຈາກພາຍຸ

2024-07-29 14:48:24 CRI


ຄະນະກຳມະການຫຼຸດໄພພິບັດແຫ່ງຊາດຟິລິບປິນແຈ້ງໃຫ້ຮູ້ວ່າ,  ຍ້ອນໄດ້ຮັບຜົນກະທົບຈາກພາຍຸແຄມີ ແລະພາຍຸປຣະປິຣູນ ລວມທັງ ລົມມໍລະສຸມຕາເວັນຕົກສຽງໃຕ້, ເຊິ່ງມາຮອດເວລາ 8 ໂມງເຊົ້າຂອງວັນທີ 29 ກໍລະກົດນີ້, ຢູ່ຟິລິບປິນມີຜູ້ປະສົບໄພຫຼາຍກວ່າ 4,55 ລ້ານຄົນ, ຜູ້ເສຍຊີວິດເພີ່ມຂຶ້ນເປັນ 36 ຄົນ, ນອກນັ້ນຍັງມີຜູ້ຫາຍສາບສູນອີກ 3 ຄົນ.

 

ກະຊວງກະສິກຳຟິລິບປິນຢືນຢັນວ່າ, ມາຮອດເວລາ 17 ໂມງຂອງວັນທີ 28 ກໍລະກົດນີ້, ພາຍຸແຄມີ ແລະ ລົມມໍລະສຸມຕາເວັນຕົກສຽງໃຕ້ໄດ້ເຮັດໃຫ້ເກີດມີຜົນເສຍຫາຍຫຼາຍກວ່າ 696 ລ້ານເປໂຊຟິລິບປິນ (ປະມານ11 ລ້ານໂດລາ).

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ