ມາສຳຜັດກັບຜະລິດຕະພັນເຕັກນິກສູງໃນກອງປະຊຸມອິນເຕີເນັດຈີນ ຄັ້ງທີ 23

2024-07-29 16:43:02 cri

    ກອງປະຊຸມອິນເຕີເນັດຈີນ ຄັ້ງທີ 23 ໄດ້ອັດລົງຢູ່ນະຄອນຫຼວງປັກກິ່ງປະເທດຈີນໃນຫວ່າງມໍ່ໆມານີ້. ຜະລິດຕະພັນອັດສະລິຍະຫຼາຍຢ່າງໄດ້ປາກົດຕົວຢູ່ກອງປະຊຸມດັ່ງກ່າວ, ນັກທຸລະກິດຕ່າງປະເທດຈຳນວນຫຼາຍທີ່ເຂົ້າຮ່ວມກອງປະຊຸມໄດ້ສະແດງຄວາມສົນໃຈຕໍ່ຜະລິດຕະພັນອັດສະລິຍະຂອງຈີນ. ບັດນີ້, ມາສຳຜັດກັບຜະລິດຕະພັນເຕັກນິກສູງຈຳນວນໜຶ່ງ:




    ໜຶ່ງແມ່ນຫຸ່ນຍົນໝາ. ຜູ້ເຂົ້າຊົມໄດ້ລອງຫຼິ້ນກັບຫຸ່ນຍົນໝາໂຕໜຶ່ງຢ່າງກະຕືລືລົ້ນ, ຫຸ່ນຍົນໝາສາມາດຮຽນແບບກິລິຍາການຕ່າງໆຂອງໝາແທ້ໆ ເຊັ່ນ: ຈັບມື, ນອນຫງາຍ, ກະໂດດ ແລະອື່ນໆ ຕາມຄຳສັ່ງ.


    

    ສອງແມ່ນເຄື່ອງເບິ່ງແຍງດູແລຜູ້ເຖົ້າທີ່ເສຍຄວາມສາມາດ ແບບອັດສະລິຍະ ເຊິ່ງສາມາດເຮັດຕາມກິລິຍາການຕ່າງໆຂອງພະນັກງານດູແລ ເຊັ່ນ: ອູ້ມຜູ້ເຖົ້າຂຶ້ນໄປນັ່ງລໍ້ຍູ້, ນັ່ງຫົວວິດ ເປັນຕົ້ນ.




    ສາມແມ່ນຫຸ່ນຍົນທີ່ມີຮູບລັກສະນະຂອງຄົນ ເຊິ່ງສາມາດຕ້ອນຮັບແຂກຢູ່ເຄົາເຕີ, ສົ່ງເຄື່ອງ ແລະອື່ນໆ.


    

    ສີ່ແມ່ນທ່ານໝໍ AI, ຜ່ານການຖ່າຍຮູບໃບໜ້າ ແລະ ລີ້ນຂອງຄົນເຮົາ, ເຄື່ອງນີ້ສາມາດກວດພະຍາດຂອງຄົນເຮົາທັນທີ ໂດຍຈະແຈ້ງຜົນການກວດ ແລະ ບອກແຜນການປິ່ນປົວໄດ້.

    ກອງປະຊຸມຄັ້ງນີ້ ໄດ້ວາງສະແດງຜົນງານການພັດທະນາດ້ານອິນເຕີເນັດຂອງຈີນໃນໄລຍະ 30 ປີມານີ້ ໂດຍໄດ້ດຶງດູດຄວາມສົນໃຈຂອງຕະຫຼາດຕ່າງປະເທດ, ລູກຄ້າຕ່າງປະເທດຈຳນວນຫຼາຍໄດ້ສະແດງຄວາມສົນໃຈຕໍ່ຂົງເຂດປັນຍາປະດິດຂອງຈີນ ແລະ ເຂົ້າຮ່ວມງານເພື່ອຕິດຕາມທິດທາງການພັດທະນາອັນໃໝ່ໃນວົງການດັ່ງກ່າວ.