ເສັ້ນໃຈກາງປັກກິ່ງຖືກຈັດເຂົ້າເປັນມໍລະດົກໂລກ

2024-07-29 14:36:20 CRI


ວັນທີ 27 ກໍລະກົດນີ້, ໃນກອງປະຊຸມມໍລະດົກໂລກຄັ້ງທີ 46 ຂອງອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ຢູເນັສໂກທີ່ຈັດຂຶ້ນຢູ່ນະຄອນຫຼວງນິວແດນລີປະເທດອິນເດຍ, ເສັ້ນໃຈກາງປັກກິ່ງໄດ້ຖືກຈັດເຂົ້າໃນ “ບັນຊີລາຍຊື່ມໍລະດົກໂລກ” ຢ່າງເປັນທາງການ. ຫຼັງຈາກປະກາດຂ່າວດັ່ງກ່າວແລ້ວ, ວົງການຕ່າງໆຂອງນະຄອນຫຼວງປັກກິ່ງໄດ້ຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງ ແລະ ສະແດງຄວາມປາດຖະໜາອັນດີງາມທີ່ພ້ອມກັນເຂົ້າຮ່ວມການອະນຸລັກ ແລະ ສືບທອດເສັ້ນໃຈກາງປັກກິ່ງ.



ເສັ້ນໃຈກາງປັກກິ່ງມີຄວາມຍາວ 7,8 ກິໂລແມັດ, ໄດ້ເຕົ້າໂຮມສິ່ງກໍ່ສ້າງຕ່າງໆທີ່ສຳຄັນທີ່ສຸດໃນປະຫວັດສາດຂອງຈີນນັບແຕ່ສະຕະວັດທີ 13 ເປັນຕົ້ນມາ, ເປັນສັກຂີພິຍານພິເສດໃຫ້ກັບອະລິຍະທຳຈີນ, ເປັນເສັ້ນໃຈກາງຕົວເມືອງບູຮານຍາວທີ່ສຸດ ແລະ ຄົບຖ້ວນທີ່ສຸດໂດຍຍັງຮັກສາໄວ້ຢູ່ໃນໂລກປັດຈຸບັນ.