ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີຕີມໍແລັດສະເຕ

2024-07-29 15:36:17 cri

ຕອນເຊົ້າວັນທີ 29 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານໂຈເຊ ມານູເອວ ຣາໂມສ ໂຮຕາ ປະທານາທິບໍດີ

ຕີມໍແລັດສະເຕທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງຊີ້ອອກວ່າ: ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ພົບປະກັບທ່ານ. ນີ້ເປັນຄັ້ງທຳອິດທີ່ປະທານາທິບໍດີຕີມໍແລັດສະເຕເດີນທາງມາຢ້ຽມຢາມຈີນທາງລັດຖະກິດພາຍຫຼັງສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນຕົ້ນມາ ເຊິ່ງມີຄວາມໝາຍສຳຄັນທາງປະຫວັດສາດ. ຂ້າພະເຈົ້າຍິນດີຮ່ວມມືກັບທ່ານປະທານາທິບໍດີ, ວາງແຜນວາດໃໝ່ ແລະ ວິໄສທັດໃໝ່ເພື່ອພັດທະນາ ສາຍພົວພັນຂອງສອງປະເທດ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອສ້າງຄວາມຜາສຸກແກ່ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ.

ທ່ານໂຈເຊ ມານູເອວ ຣາໂມສ ໂຮຕາ ກ່າວວ່າ: ຈີນໄດ້ປະກອບສ່ວນອັນສຳຄັນເພື່ອປົກປ້ອງລັດທິຫຼາຍຝ່າຍ ແລະ ສັນຕິພາບໂລກ, ນີ້ໄດ້ສະແດງໃຫ້ເຫັນວ່າ: ຈີນເປັນປະເທດໃຫຍ່ທີ່ຮັກຫອມສັນຕິພາບ ແລະ ສາມາດປະກອບສ່ວນເຂົ້າໃນສັນຕິພາບໂລກ ແລະ ຄວາມຜາສຸກຂອງມວນມະນຸດ.