ຜົນການຢັ່ງປະຊາມະຕິຂອງ CGTN ສະແດງໃຫ້ເຫັນວ່າ ຍີ່ປຸ່ນ ແລະ ອາເມຣິກາເພີ່ມທະວີການສົມຮູ້ຮ່ວມຄິດທາງການທະຫານໄດ້ເຮັດໃຫ້ຄົນທັງຫຼາຍຮູ້ສຶກເປັນຫ່ວງຫຼາຍ

2024-07-31 13:31:44 cri

ຫວ່າງມໍ່ໆມານີ້, ສອງປະເທດຍີ່ປຸ່ນ ແລະ ອາເມຣິກາໄດ້ອອກຖະແຫຼງການຮ່ວມ ພາຍຫຼັງການເປິກສາຫາລື “2+2” ລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດຂອງສອງປະເທດວ່າ: ສອງປະເທດຢືນຢັນວ່າ, ກອງທັບອາເມຣິກາປະຈຳຍີ່ປຸ່ນຈະສ້າງຕັ້ງ “ກອງບັນຊາການທະຫານຮ່ວມ”, ກອງບັນຊາການກອງທັບອາເມຣິກາປະຈຳຍີ່ປຸ່ນຈະຖືກຍົກຂຶ້ນເປັນສຳນັກງານໃຫຍ່ທຸກເຫຼົ່າທັບ ຫຼື “ກອງທັບປະສົມ”, ສາມາດວາງແຜນການເຄື່ອນໄຫວຂະໜາດໃຫຍ່ກັບຍີ່ປຸ່ນ ເຊິ່ງເຮັດໃຫ້ສື່ມວນຊົນທົ່ວໂລກສົນໃຈນຳຢ່າງກວ້າງຂວາງ. ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເຜີຍແຜ່ຜົນການຢັ່ງປະຊາມະຕິຕໍ່ຊາວເນັດທົ່ວໂລກ ໂດຍສະແດງໃຫ້ເຫັນວ່າ: ມີຜູ້ຕອບການສຳພາດ 81,69% ໃນທົ່ວໂລກເຫັນວ່າ: “ກຸ່ມກ້ອນນ້ອຍ” ຄວາມໝັ້ນຄົງທາງການທະຫານລະຫວ່າງຍີ່ປຸ່ນກັບອາເມຣິກາເປັນໄພຂົ່ມຂູ່ໃໝ່ສຸດ ທີ່ມີຜົນກະທົບຕໍ່ສະຖຽນລະພາບຂອງພາກພື້ນ ກໍຄືຂອງໂລກ, ແລະ ຄວນເຮັດໃຫ້ປະຊາຄົມໂລກມີສະຕິລະວັງຕົວໃນລະດັບສູງຕໍ່ເລື່ອງນີ້.


ຜົນການຢັ່ງປະຊາມະຕິດັ່ງກ່າວໄດ້ເຜີຍແຜ່ຢູ່ຕາມເວັບໄຊພາສາອັງກິດ, ພາສາແອັດສະປາຍ, ພາສາຝຣັ່ງ, ພາສາອາຣັບ ແລະ ພາສາຣັດເຊຍຂອງ CGTN, ມີຊາວເນັດ 7.254 ຄົນໄດ້ເຂົ້າຮ່ວມການປ່ອນບັດ ແລະ ສະແດງຈຸດຢືນຂອງຕົນພາຍໃນ 24 ຊົ່ວໂມງ.