ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກອີຕາລີ

2024-07-30 11:01:21 CRI


ຕອນບ່າຍວັນທີ 29 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງຈໍເຈຍ ເມໂລນີ ນາຍົກລັດຖະມົນຕີອີຕາລີທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍຮັບແຂກເມືອງຕ້ຽວຢວີໄທທີ່ນະຄອນຫຼວງປັກກິ່ງ.


ທ່ານສີຈິ້ນຜິງເນັ້ນໜັກວ່າ, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຫາກໍສຳເລັດລົງ, ຈີນຈະຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງບໍ່ຢຸດຢັ້ງ, ເພີ່ມແຮງຂັບເຄື່ອນທີ່ແຂງແຮງໃຫ້ແກ່ຄວາມທັນສະໄໝແບບຈີນ, ໄດ້ສ້າງໂອກາດໃໝ່ທີ່ເປີດກວ້າງການຮ່ວມມືກັບປະເທດຕ່າງໆ ເຊິ່ງລວມທັງອີຕາລີ. ຈີນຍິນດີຮ່ວມກັບອີຕາລີຍົກລະດັບການຮ່ວມມືໃນຂົງເຂດດັ້ງເດີມ ເຊັ່ນ: ເສດຖະກິດການຄ້າ ການລົງທຶນ ອຸດສາຫະກຳການຜະລິດ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ຕະຫຼາດຝ່າຍທີ 3 ແລະອື່ນໆ, ຄົ້ນຄວ້າເປິກສາຫາລືການຮ່ວມມືໃນຂົງເຂດຈະເລີນໃໝ່ ເຊິ່ງລວມທັງ ລົດໄຟຟ້າ ປັນຍາປະດິດ ແລະອື່ນໆ.


ທ່ານນາງເມໂລນີກ່າວວ່າ, ອີຕາລີຍຶດໝັ້ນນະໂຍບາຍປະເທດຈີນດຽວ, ຫວັງວ່າຈະເພີ່ມທະວີການສົນທະນາ ແລະ ການຮ່ວມມືກັບຈີນ, ຂຸດຄົ້ນກຳລັງແຮງບົ່ມຊ້ອນຫຼາຍກວ່າເກົ່າ, ລົງເລິກການຮ່ວມມືສອງປະເທດ, ຮັດແໜ້ນການແລກປ່ຽນດ້ານວັດທະນະທຳ, ຊຸກຍູ້ໃຫ້ຜະລິດຕະພັນຂອງອີຕາລີເຂົ້າສູ່ຕະຫຼາດຈີນຫຼາຍກວ່າເກົ່າ. ອີຕາລີຄັດຄ້ານ “ການຕັດຂາດສາຍພົວພັນດ້ານເສດຖະກິດ” ແລະ ລັດທິປົກປ້ອງດ້ານການຄ້າ, ຍິນດີເສີມຂະຫຍາຍບົດບາດທີ່ຕັ້ງໜ້າເພື່ອຊຸກຍູ້ໃຫ້ສາຍພົວພັນລະຫວ່າງສະຫະພາບເອີຣົບ-ຈີນລົງສູ່ລວງເລິກແລະ ເປັນຮູບປະທຳຕົວຈິງ.