ຈີນທວງໃຫ້ຍີ່ປຸ່ນຍຸດຕິການແຊກແຊງວຽກງານພາຍໃນຂອງຈີນ

2024-07-31 15:34:07 CRI


ວັນທີ 30 ກໍລະກົດ 2024, ທ່ານລິວຈິ້ນຊົ່ງ ຫົວໜ້າກົມອາຊີກະຊວງການຕ່າງປະເທດຈີນໄດ້ພົບປະກັບ ອັກຄະລາຊະະທູດຜູ້ທີໜຶ່ງຂອງສະຖານທູດຍີ່ປຸ່ນປະຈຳຈີນ, ໂດຍໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມ ພ້ອມທັງ ສະແດງຄວາມເປັນຫ່ວງທີ່ສຸດ ແລະ ຄວາມບໍ່ພໍໃຈຢ່າງແຮງກ້າຕໍ່ຍີ່ປຸ່ນທີ່ມີຖ້ອຍຄຳ ແລະ ການປະພຶດແບບບໍ່ດີທີ່ກ່ຽວຂ້ອງກັບຈີນ ພ້ອມດ້ວຍຄວາມຜິດພາດຫຼາຍຢ່າງ ທິດທາງທີ່ເປັນອັນຕະລາຍ ແລະ ການເສກສັນປັ້ນແຕ່ງເລື່ອງລາວຈອມປອມໃນເອກະສານກອງປະຊຸມຕ່າງໆ, ເຊັ່ນ: ກອງປະຊຸມ “2+2”ກ່ຽວກັບວຽກງານການຕ່າງປະເທດ ແລະ ຄວາມໝັ້ນຄົງຍີ່ປຸ່ນ-ອາເມຣິກາ, ກອງປະຊຸມລັດຖະມົນຕີ “ຂະຫຍາຍການນາບຂູ່”, ກອງປະຊຸມລັດຖະມົນຕີການຕ່າງປະເທດ “ກຸ່ມຄວາມຮ່ວມມື 4 ຝ່າຍ” ລະຫວ່າງອາເມຣິກາ-ຍີ່ປຸ່ນ-ອິນເດຍ-ອົດສະຕຣາລີ ແລະອື່ນໆ.

 

ທ່ານລິວຈິ້ນຊົ່ງຊີ້ໃຫ້ເຫັນວ່າ: ຈີນທວງໃຫ້ຍີ່ປຸ່ນຕ້ອງສ້າງຄວາມຮັບຮູ້ຕໍ່ຈີນຢ່າງພາວະວິໄສ ແລະ ມີສະຕິ, ຍຸດຕິແຊກແຊງວຽກງານພາຍໃນຂອງຈີນ, ຍຸດຕິຮ່ວມກັບບາງປະເທດສ້າງ “ກຸ່ມກ້ອນຄັບແຄບ” ເພື່ອສ້າງຄວາມເປັນປໍລະປັກກັນ, ກ້າວເດີນໄປຕາມທິດທາງອັນດຽວກັນກັບຈີນ, ປົກປັກຮັກສາພື້ນຖານດ້ານການເມືອງຂອງສາຍພົວພັນສອງຝ່າຍ, ຈັດຕັ້ງປະຕິບັດສາຍພົວພັນດ້ານຍຸດທະສາດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.