ກຸ່ມນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂດຮົງກົງ ແລະ ເຂດມາກາວຂອງຈີນສາມາດຜ່ານດ່ານຢູ່ແຂວງໄຫຫຼຳໂດຍຍົກເວັ້ນວີຊາເປັນເວລາ 144 ຊົ່ວໂມງ

2024-07-31 15:32:50 CRI


    ວັນທີ 30 ກໍລະກົດນີ້, ອົງການຄຸ້ມຄອງຜູ້ຍົກຍ້າຍຖິ່ນຖານແຫ່ງຊາດຈີນອອກແຈ້ງການ ໂດຍລະບຸວ່າ, ເລີ່ມແຕ່ວັນທີ 30 ກໍລະກົດ 2024 ເປັນຕົ້ນໄປ, ຈະປະຕິບັດນະໂຍບາຍຍົກເວັ້ນວີຊາເປັນເວລາ 144 ຊົ່ວໂມງສຳລັບກຸ່ມນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງຈາກເຂດຮົງກົງ ແລະ ເຂດມາກາວຂອງຈີນຜ່ານດ່ານຢູ່ແຂວງໄຫຫຼຳຈີນ. ພົນລະເມືອງຂອງປະເທດທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນທີ່ຖືໜັງສືຜ່ານແດນທົ່ວໄປເດີນທາງໄປຮອດຮົງກົງ ແລະ ມາກາວແລ້ວ, ເຂົ້າຮ່ວມກຸ່ມນັກທ່ອງທ່ຽວ(2 ຄົນຂຶ້ນໄປ)ໂດຍຜ່ານບໍລິສັດນຳທ່ຽວທີ່ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍຢູ່ຮົງກົງ ແລະ ມາກາວແລ້ວເຂົ້າໄປທ່ອງທ່ຽວຢູ່ແຂວງໄຫຫຼຳຈີນ, ສາມາດຍົກເວັ້ນວີຊາ ແລະ ພັກອາໄສຢູ່ໄຫຫຼຳເປັນເວລາບໍ່ເກີນ 144 ຊົ່ວໂມງ (ໃນກໍລະນີທີ່ສອດຄ່ອງກັບສັນຍາຍົກເວັ້ນວີຊາຕໍ່ກັນທີ່ໄດ້ເຊັນກັບຈີນ ຫຼື ມີນະໂຍບາຍຍົກເວັ້ນວີຊາອື່ນຂອງລັດຖະບານຈີນນັ້ນ ຈະສາມາດປະຕິບັດຕາມຂໍ້ກຳນົດທີ່ກ່ຽວຂ້ອງ). ດ່ານເຂົ້າອອກເມືອງທຸກແຫ່ງແມ່ນດ່ານເປີດປະຕູສູ່ພາຍນອກທີ່ລັດຖະບານຈີນສ້າງຕັ້ງຂຶ້ນຢູ່ແຂວງໄຫຫຼຳ, ຕ້ອງເຂົ້າ-ອອກເມືອງເປັນກຸ່ມ, ຂອບເຂດການເຄື່ອນໄຫວແມ່ນຢູ່ພາຍໃນແຂວງໄຫຫຼຳ, ໄລຍະພັກອາໄສແມ່ນເລີ່ມຄິດໄລ່ແຕ່ເວລາ 0 ໂມງຂອງມື້ທີ 2ຫຼັງຈາກຜ່ານດ່ານເຂົ້າເມືອງຢູ່ແຂວງໄຫຫຼຳແລ້ວ.