ທ່ານສີຈິ້ນຜິງໃຫ້ຄຳຊີ້ແຈງສຳຄັນຕໍ່ວຽກງານທະຫານຜູ້ຈົບພັນທະ

2024-07-31 15:54:35 cri

ວັນທີ 29 ກໍລະກົດນີ້, ກອງປະຊຸມວຽກງານທະຫານຜູ້ຈົບພັນທະທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ແຈງສຳຄັນຕໍ່ວຽກງານທະຫານຜູ້ຈົບພັນທະ ພ້ອມທັງສະແດງຄວາມຊົມເຊີຍຕໍ່ໜ່ວຍງານ ແລະ ບຸກຄົນແບບຢ່າງທີ່ໄດ້ຮັບການຍ້ອງຍໍໃນກອງປະຊຸມຄັ້ງນີ້ ແລະ ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ພວກສະຫາຍທີ່ປະຕິບັດວຽກງານກ່ຽວກັບທະຫານຜູ້ຈົບພັນທະ.

ທ່ານສີຈິ້ນຜິງເນັ້ນໜັກວ່າ: ທະຫານຜູ້ຈົບພັນທະເປັນຊັບສົມບັດອັນລ້ຳຄ່າຂອງພັກ ແລະ ປະເທດຊາດ, ເປັນກຳລັງອັນສຳຄັນໃນການຊຸກຍູ້ຄວາມທັນສະໄໝແບບຈີນ, ວຽກງານທະຫານຜູ້ຈົບພັນທະກ່ຽວພັນກັບການປະຕິຮູບ ການພັດທະນາ ແລະ ການປົກປັກຮັກສາສະຖຽນລະພາບ ກໍຄືພາລະກິດການພັດທະນາກອງທັບໃຫ້ເຂັ້ມແຂງ ແລະ ໃຫ້ມີຄວາມຈະເລີນ. ໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ວຽກງານທະຫານຜູ້ຈົບພັນທະຕ້ອງຖືເອົາແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ຈັດຕັ້ງປະຕິບັດຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ ⅩⅩ ຂອງພັກຄອມມູນິດຈີນ ແລະ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ ⅩⅩ ຢ່າງຮອບດ້ານ, ຜັນຂະຫຍາຍທິດທາງຮັບໃຊ້ການພັດທະນາຂອງເສດຖະກິດ-ສັງຄົມ, ການສ້າງການປ້ອງກັນຊາດ ແລະ ກອງທັບ, ເອົາໃຈໃສ່ຄວາມຕ້ອງການຂອງຄວາມທັນສະໄໝແບບຈີນ ແລະ ຄວາມຄອງຄອຍຂອງທະຫານຜູ້ຈົບພັນທະ, ເຮັດອາຊີບທີ່ເປັນທະຫານກາຍເປັນອາຊີບທີ່ທົ່ວສັງຄົມໃຫ້ຄວາມເຄົາລົບນັບຖື ແລະ ເຮັດໃຫ້ທະຫານຜູ້ຈົບພັນທະກາຍເປັນຄົນທີ່ໜ້ານັບຖືໃນສັງຄົມ.