ເປັນຫຍັງຈີນ ແລະ ອິຕາລີລ້ວນແຕ່ໃຫ້ຄວາມສຳຄັນຕໍ່ “ນ້ຳໃຈເສັ້ນທາງສາຍໄໝ”

2024-07-31 17:14:36 CRI


ປີນີ້ແມ່ນປີທີ່ຈີນ ແລະ ອິຕາລີສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 20 ປີ. ຫວ່າງບໍ່ດົນມານີ້, ທ່ານນາງເມໂລນີ ນາຍົກລັດຖະມົນຕີອິຕາລີໄດ້ເດີນທາງມາຢ້ຽມຢາມຈີນເປັນຄັ້ງທຳອິດໃນໄລຍະທີ່ດຳລົງຕຳແໜ່ງ. ວັນທີ 29 ກໍລະກົດ 2024, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງເມໂລນີຢູ່ນະຄອນຫຼວງປັກກິ່ງ. ຜູ້ນຳສອງປະເທດລ້ວນແຕ່ໄດ້ກ່າວເຖິງ “ນ້ຳໃຈເສັ້ນທາງສາຍໄໝ”. ທ່ານສີຈິ້ນຜິງເນັ້ນໜັກວ່າ, ນ້ຳໃຈເສັ້ນທາງສາຍໄໝໄດ້ຖືເອົາ ສັນຕິພາບ ການຮ່ວມມື ເປີດກວ້າງ ກວມລວມ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເປັນແກນກາງໄດ້ກາຍເປັນສົມບັດຮ່ວມຂອງສອງປະເທດຈີນ-ອິຕາລີ. ສ່ວນທ່ານນາງເມໂລນີກໍກ່າວວ່າ, ຍິນດີສືບທອດນ້ຳໃຈເສັ້ນທາງສາຍໄໝທີ່ມີປະຫວັດສາດມາແຕ່ດົນນານ, ຂຽນໜ້າປະຫວັດສາດໃໝ່ແຫ່ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອິຕາລີ-ຈີນ.

 

ເປັນຫຍັງຜູ້ນຳສອງປະເທດຈຶ່ງໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ “ນ້ຳໃຈເສັ້ນທາງສາຍໄໝ”? ນີ້ບໍ່ພຽງແຕ່ຍ້ອນວ່າ ມັນເປັນຄວາມຊົງຈຳດ້ານປະຫວັດສາດ ແລະ ເປັນສາຍພານເຊື່ອມຕໍ່ທາງວັດທະນະທຳລະຫວ່າງປະຊາຊົນສອງຊາດຈີນ-ອິຕາລີເທົ່ານັ້ນ, ແຕ່ຍັງເປັນຍ້ອນ ທັດສະນະທີ່ສະແດງອອກເຖິງສັນຕິພາບ ການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືນັ້ນໄດ້ສ່ອງແສງໃຫ້ເຫັນເຖິງເອກະລັກໃນການໄປມາຫາສູ່ກັນລະຫວ່າງຈີນ ແລະ ອີຕາລີ, ສອດຄ່ອງກັບກະແສແຫ່ງການພັດທະນາ, ແລະມີຄຸນຄ່າແຫ່ງຍຸກສະໄໝ.

 

ຍ້ອນວ່າສອງປະເທດຈີນ ແລະ ອິຕາລີມີທ່າແຮງດ້ານອຸດສາຫະກຳທີ່ຊ່ວຍຊູຍູ້ໜູນກັນ, ສອງຝ່າຍມີຄວາມຕ້ອງການເພີ່ມຂຶ້ນ ສຳລັບລົງເລິກການຮ່ວມມືຢ່າງບໍ່ຢຸດຢັ້ງ. ຜູ້ນຳສອງປະເທດມີຄວາມເຫັນທີ່ເປັນເອກະພາບກັນວ່າ, ຕ້ອງຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນດ້ານເສດຖະກິດການຄ້າ ແລະ ການລົງທຶນ, ດຳເນີນການຮ່ວມມືໃນຂົງເຂດທີ່ຈະເລີນໃໝ່ ເຊິ່ງລວມທັງ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ລົດພະລັງງານໄຟຟ້າ ປັນຍາປະດິດ ແລະອື່ນໆ. ຄັດຄ້ານການ “ຕັດຂາດສາຍພົວພັນດ້ານເສດຖະກິດ” ແລະ ລັດທິປົກປ້ອງການຄ້າ, ຍິນດີເສີມຂະຫຍາຍບົດບາດທີ່ຕັ້ງໜ້າເພື່ອຊຸກຍູ້ຂະຫຍາຍສາຍພົວພັນຈີນ-ເອີຣົບ.