ດິນປູກຝັງຄືເສັ້ນຊີວິດສຳລັບການຜະລິດພືດພັນທັນຍາຫານ

2024-08-01 18:02:22 cri

播放地址不存在



   

ກ່ຽວກັບການພົວພັນລະຫວ່າງດິນປູກຝັງກັບສະບຽງອາຫານ, ທ່ານສີຈິ້ນຜິງເຄີຍໄດ້ນຳໃຊ້ຄຳປຽບທຽບທີ່ມີຊີວິດຊີວາມາພັນລະນາວ່າ ດິນປູກຝັງຄືເສັ້ນຊີວິດສຳລັບການຜະລິດພືດພັນທັນຍາຫານ.

 

   ອີງຕາມບົດລາຍງານສະບັບໜຶ່ງຂອງອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າ: ສະບຽງອາຫານທີ່ຜະລິດອອກມາໃນທົ່ວໂລກ ກວມຫຼາຍກວ່າ 95% ແມ່ນຜະລິດມາຈາກດິນ. ຄຳວ່າ  “ເສັ້ນຊີວິດ” ແມ່ນໄດ້ເນັ້ນໜັກເຖິງຄວາມສຳຄັນທີ່ສຸດຂອງດິນປູກຝັງທີ່ມີຕໍ່ການຜະລິດພືດພັນທັນຍາຫານ. ຖ້າບໍ່ມີຄວາມໝັ້ນຄົງດ້ານດິນປູກຝັງ ຄວາມໝັ້ນຄົງດ້ານສະບຽງອາຫານກໍປຽບເໝືອນ “ວິມານຢູ່ກາງຫາວ”.

 

   ເຖິງວ່າ ຈີນມີດິນແດນອັນກວ້າງໃຫຍ່ໄພສານກໍຕາມ, ແຕ່ວ່າເນື້ອທີ່ດິນ ແລະ ເນື້ອທີ່ດິນປູກຝັງສະເລ່ຍຕໍ່ຫົວຄົນແມ່ນມີໜ້ອຍທີ່ສຸດ. ສະນັ້ນ ຈຶ່ງຕ້ອງອາໄສເນື້ອທີ່ດິນປູກຝັງກວມພຽງ 9% ຂອງໂລກ ເພື່ອລ້ຽງຊີບປະຊາກອນກວມເກືອບ 20% ຂອງໂລກ.

 

 ທ່ານສີຈິ້ນຜິງເຄີຍກ່າວວ່າ: “ຖ້າເວົ້າເຖິງບັນຫາດ້ານທີ່ດິນແມ່ນຕ້ອງນຳໃຊ້ແບບຮັດສາຍແອວເປັນໄລຍະຍາວນານ.”  ເພິ່ນເຄີຍເປັນຊາວກະສິກອນຢູ່ພາກເໜືອແຂວງສ້ານຊີ່ມາເປັນເວລາ 7 ປີ ສະນັ້ນຈຶ່ງມີປະສົບການຕົວຈິງຕໍ່ກັບເລື່ອງນີ້.

 

ປີ1974, ທ່ານສີຈິ້ນຜິງ ໄດ້ຮັບເລືອກຕັ້ງເປັນ ເລຂາໜ່ວຍພັກບ້ານຫຼຽງເຈ່ຍເຫີແຂວງສ້ານຊີ່. ເມື່ອໄດ້ຂຶ້ນເປັນເລຂາໜ່ວຍພັກບ້ານແລ້ວ,  ສິ່ງທຳອິດທີ່ເພິ່ນ ໄດ້ເຮັດນັ້ນ ແມ່ນນຳພາຊາວບ້ານປັບປຸງດິນຄື: ສ້າງເຂື່ອນກັ້ນດິນແຫ່ງໜຶ່ງ ເພື່ອປູກຝັງຢູ່ປາກຮ່ອມພູໃນບ້ານ.

 

ທ່ານຫວາງຊ້ຽນຜິງ ມີຊື່ຫຼິ້ນວ່າ ເຮີຍຈື  ເປັນຊາວບ້ານບ້ານຫຼຽງເຈ່ຍເຫີ, ລາວຍັງຈື່ໄດ້ວ່າ: ຕອນນັ້ນ, ທ່ານສີຈິ້ນຜິງໄດ້ເວົ້າກັບລາວວ່າ: “ ‘ເຮີຍຈື, ເຈົ້າບອກມາແມ້ ເປັນຫຍັງຫຼຽງເຈ່ຍເຫີເຮົາຈິ່ງທຸກຍາກ? ເປັນຫຍັງຈິ່ງກິນບໍ່ອີ່ມ?’ ມັນກໍຍ້ອນວ່າດິນປູກຝັງມີໜ້ອຍໂພດ. ສ້າງເຂື່ອນກັ້ນດິນຢູ່ທີ່ແຫ່ງນີ້, ສາມາດເພີ່ມ ເນື້ອທີ່ດິນປູກຝັງໄດ້ຫຼາຍປານນີ້, ນັບແຕ່ນີ້ຕໍ່ໄປລູກຫຼານທຸກເຊັ່ນຄົນຂອງ ບ້ານຫຼຽງເຈ່ຍເຫີໃຜໆກໍຈະໄດ້ຮົບຜົນປະໂຫຍດນຳ. ແນວໃດກໍດີ ພວກເຮົາ ຕ້ອງເຮັດວຽກນີ້ໃຫ້ສຳເລັດ!”

 



ພາຍໃຕ້ການນຳພາຂອງທ່ານສີຈິ້ນຜິງ, ເຂື່ອນກັ້ນດິນເພື່ອປູກຝັງໄດ້ສ້າງ ສຳເລັດແລ້ວ, ເນື້ອທີ່ດິນຢູ່ເທິງເຂື່ອນໄດ້ກາຍເປັນດິນຮາບພຽງທີ່ອຸດົມສົມບູນ ທີ່ສຸດ ແລະ ສາມາດລະບາຍນ້ຳເຂົ້ານາໄດ້ສະດວກທີ່ສຸດຂອງບ້ານຫຼຽງເຈ່ຍເຫີ ຈົນມາເຖິງທຸກມື້ນີ້.

 

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເພີ່ມການໃຫ້ຄວາມສຳຄັນຢ່າງບໍ່ຢຸດຢັ້ງຕໍ່ດິນປູກຝັງ.

 

ໃນກອງປະຊຸມຄັ້ງໜຶ່ງ, ທ່ານສີຈິ້ນຜິງໄດ້ຖາມຜູ້ເຂົ້າຮ່ວມກອງປະຊຸມຢ່າງຈິງຈັງວ່າ: “ຄັນຊັ້ນ ເລື່ອງສະບຽງອາຫານຄວນເຮັດຈັ່ງໃດ?”. ເພິ່ນຖາມແບບນີ້,ສາເຫດກໍແມ່ນຍ້ອນວ່າເພິ່ນໄດ້ສັງເກດເຫັນທ່າອ່ຽງອັນໜຶ່ງຄື: “ແຕ່ກ່ອນຈີນແມ່ນຈັດສົ່ງສະບຽງອາຫານພາກໃຕ້ໄປສູ່ພາກເໜືອ, ແຕ່ໃນປັດຈຸບັນຊ້ຳພັດແມ່ນຈັດສົ່ງສະບຽງອາຫານພາກເໜືອໄປໃຫ້ພາກໃຕ້. ບາງທ້ອງຖິ່ນມີດິນນາທີ່ດີຈຳນວນຫຼວງຫຼາຍແຕ່ຊ້ຳພັດບໍ່ປູກພືດພັນທັນຍາຫານ, ຫາກນຳໄປສ້າງຟາມລ້ຽງສັດ ຫຼືບໍ່ກໍປູກດອກໄມ້ ແລະ ຕົ້ນໄມ້ໃຫ້ໝາກ.” ເພິ່ນໄດ້ຕັກເຕືອນວ່າ: “ຍິ່ງຢູ່ໃນຍາມທີ່ຍັງມີອາຫານກິນນັ້ນກໍຍິ່ງຕ້ອງໄດ້ຄຳນຶງເຖິງຍາມທີ່ບໍ່ມີອາຫານ.” “ເດັດຂາດບໍ່ໃຫ້ເພິ່ງພາອາໄສການນຳເຂົ້າຈາກຕ່າງປະເທດດ້ານອາຫານການກິນທີ່ເປັນບັນຫາຄົງຊີບຂັ້ນພື້ນຖານ.”

 

ໃນໄລຍະເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນປີ2022, ທ່ານສີຈິ້ນຜິງໄດ້ເນັ້ນໜັກຕື່ມວ່າ: “ເດັດຂາດບໍ່ອະນຸຍາດໃຫ້ບຸກຄົນໃດໆດຳເນີນການປັບປ່ຽນສວຍໂອກາດ, ມີເລ່ລ່ຽມ ແບບ ‘ຫຼານຂາຍນາປູ່ໂດຍບໍ່ເສຍດາຍຫຍັງເລີຍ’ ໃນການປົກປັກຮັກສາດິນປູກຝັງ”.

 

ທຸກສິ່ງທຸກຢ່າງແມ່ນເກີດຈາກດິນ, ມີດິນຈຶ່ງຈະມີສະບຽງອາຫານ.

 

  ຈີນເປັນປະເທດທີ່ມີປະຊາກອນຢ່າງຫຼວງຫຼາຍ, ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະຊາກອນຈຳນວນ 1,4 ຕື້ກວ່າຄົນເປັນສິ່ງສຳຄັນອັນດັບໜຶ່ງ, ສິ່ງນີ້ໄດ້ຕັດສິນແລ້ວວ່າຈີນຕ້ອງອະນຸລັກດິນປູກຝັງຕິດພັນກັບບັນຫາສະບຽງອາຫານສຳລັບປະຊາຊົນຫຼາຍກວ່າ1,4ຕື້ຄົນນັ້ນໃຫ້ດີ, ເພື່ອຮັກສາ “ເສັ້ນຊີວິດ” ສຳລັບການຜະລິດພືດພັນທັນຍາຫານໃຫ້ດີ, ເຮັດໃຫ້ໄດ້ເຖິງຂັ້ນ “ຮັກສາສະບຽງອາຫານໄວ້ຢູ່ນຳດິນ” ຢ່າງແທ້ຈິງ.

 

   ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ຈີນມີປະຊາກອນຈຳນວນ 1,4 ຕື້ກວ່າຄົນ, ແຕ່ລະມື້ຕ້ອງບໍລິໂພກສະບຽງອາຫານ 700.000 ໂຕນ, ນ້ຳມັນປຸງແຕ່ອາຫານ 98.000 ໂຕນ, ພືດຜັກ 1.920.000 ໂຕນ, ຊີ້ນ 230.000 ໂຕນ. ຖ້າຢາກຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານບໍລິໂພກຈຳນວນຫຼວງຫຼາຍປານນີ້, ແຕ່ລະປີ, ເນື້ອທີ່ປູກພືດພັນທັນຍາຫານ, ຝ້າຍ, ພືດຜະລິດນ້ຳມັນ, ພືດຜະລິດນ້ຳຕານ ແລະ ພືດຜັກ ແມ່ນຕ້ອງຮັກສາໃຫ້ຢູ່ໃນລະດັບປະມານ153-160 ລ້ານເຮັກຕາ ຢ່າງໝັ້ນທ່ຽງ. ຖ້າຄິດໄລ່ຕາມດັດຊະນີການປູກຝັງໃນລະດັບ 1,3% ແລ້ວສາມາດໄດ້ຜົນວ່າ: ເນື້ອທີ່ດິນປູກຝັງຕ້ອງຮັກສາໃຫ້ຢູ່ໃນລະດັບ 120 ລ້ານເຮັກຕາ ເຊິ່ງເປັນຕົວເລກຕ່ຳສຸດ ໂດຍບໍ່ໃຫ້ຫຼຸດຕ່ຳລົງກວ່ານີ້ອີກ, ນີ້ກໍແມ່ນ ເສັ້ນຕ້ອງຫ້າມດ້ານດິນປູກຝັງທີ່ທ່ານສີຈິ້ນຜິງໄດ້ເນັ້ນໜັກຢູ່ເລື້ອຍໆ.

 

ຈີນໄດ້ປັບປຸງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນ ແລະ ຂໍ້ກຳນົດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນຕາມລຳດັບ, ກົດໝາຍວ່າດ້ວຍການອະນຸລັກດິນດຳ ເຊິ່ງເປັນກົດໝາຍອະນຸລັກດິນດຳລະດັບຊາດສະບັບທຳອິດຂອງຈີນໄດ້ສ້າງຂຶ້ນ, ທ້ອງຖິ່ນຕ່າງໆໄດ້ເພີ່ມທະວີການຕິດຕາມວັດແທກດິນ, ປະຕິບັດລະບຽບການ “ຫົວໜ້າກຸ່ມດິນນາ” ໄດ້ແບ່ງຄວາມຮັບຜິດຊອບດິນທຸກຕອນໃຫ້ບຸກຄົນຢ່າງລະອຽດ ແລະອື່ນໆ. ນັບແຕ່ປີ2012ເປັນຕົ້ນມາ,  ຈີນໄດ້ປະຕິບັດລະບຽບການອະນຸລັກດິນປູກຝັງຢ່າງເຂັ້ມງວດທີ່ສຸດ. ບໍ່ພຽງແຕ່ໄດ້ປະຕິບັດລະບຽບການທີ່ພັກ-ລັດມີຄວາມຮັບຜິດຊອບແບບດຽວກັນຕໍ່ການອະນຸລັກດິນປູກຝັງເທົ່ານັ້ນ,  ຍັງໄດ້ນຳໃຊ້ມາດຕະການໄມ້ແຂງນຳອີກ, ໂດຍສາມາດຮັກສາດິນປູກຝັງ 120 ລ້ານເຮັກຕາໃຫ້ໄດ້ຢ່າງໜັກແໜ້ນ ແລະ ໄດ້ຮັດແໜ້ນພື້ນຖານຂອງ “ອູ່ເຂົ້າ” ຊາດໃຫຍ່.

 

ການອະນຸລັກດິນປູກຝັງ ບໍ່ພຽງແຕ່ຕ້ອງຮັບປະກັນດ້ານປະລິມານເທົ່ານັ້ນ ຍັງຕ້ອງຍົກສູງດ້ານຄຸນນະພາບອີກດ້ວຍ. ຈີນໄດ້ຖືເອົາການປັບປຸງດິນປູກຝັງໃຫ້ມີຄຸນນະພາບສູງຂຶ້ນເປັນນະໂຍບາຍແກ້ໄຂບັນຫາຢ່າງເຖິງກົກເຖິງຮາກໃນການເປີດກວ້າງຊ່ອງທາງການຜະລິດກະສິກຳ ແລະ ຍົກສູງຄວາມສາມາດສັງລວມດ້ານການຜະລິດກະສິກຳ ເພື່ອເລັ່ງຊຸກຍູ້ການສ້າງດິນນາທີ່ມີສະມັດຕະພາບສູງ.

 

ນັບມາຮອດທ້າຍປີ 2022, ທົ່ວປະເທດຈີນໄດ້ສ້າງດິນນາທີ່ມີສະມັດຕະພາບສູງລວມທັງໝົດປະມານ 67 ລ້ານເຮັກຕາ, ໂດຍສາມາດຄ້ຳປະກັນຄວາມສາມາດດ້ານການຜະລິດພືດພັນທັນຍາຫານໄດ້ຫຼາຍກວ່າ 500 ລ້ານໂຕນຢ່າງໝັ້ນທ່ຽງ. ປີ 2023 ຜ່ານມາ, ຈີນໄດ້ສ້າງດິນນາທີ່ມີສະມັດຕະພາບສູງ ແລະ ປັບປຸງດິນນາໃຫ້ມີຄຸນນະພາບສູງກາຍເປັນດິນນາທີ່ມີສະມັດຕະພາບສູງໄດ້ອີກ 5.740.000 ເຮັກຕາ.

 

ຊັບພະຍາກອນດິນປູກຝັງສຳຮອງເປັນແຫຼ່ງທີ່ມາອັນສຳຄັນຂອງດິນປູກຝັງເພີ່ມເຕີມ, ເປັນຂໍກະແຈສຳຄັນໃນການຮັກສາຄວາມດຸນດ່ຽງທີ່ມີການປ່ຽນແປງຢູ່ຕະຫຼອດໃນດ້ານຍອດປະລິມານດິນປູກຝັງຂອງເຂດແຄວ້ນຕ່າງໆ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ກໍຄື ປົກປັກຮັກສາຄວາມໝັ້ນຄົງດ້ານສິ່ງແວດລ້ອມທຳມະຊາດ. ຊຸມປີຜ່ານມານີ້, ຈີນໄດ້ປະຕິບັດການຄຸ້ມຄອງຕາມຫຼັກວິທະຍາສາດ ແລະ ປັບປຸງໂດຍແບ່ງປະເພດ, ນຳໃຊ້ດິນເຄັມ, ດິນຫາດຊາຍຮົກເຮື້ອ ແລະອື່ນໆໃຫ້ສົມເຫດສົມຜົນ ໂດຍສາມາດເຮັດໃຫ້ຊັບພະຍາກອນດິນປູກຝັງທີ່ “ຫຼັບໄຫຼ” ຈຳນວນຫຼວງຫຼາຍໄດ້ຕື່ນຂຶ້ນ, ສ້າງ “ອູ່ເຂົ້າໃໝ່” ໃຫ້ສຳເລັດຜົນຢ່າງຕໍ່ເນື່ອງ.

 

  ຄືດັ່ງທ່ານສີຈິ້ນຜິງໄດ້ເວົ້າວ່າ: “ຕ້ອງອະນຸລັກດິນປູກຝັງປານກັບອະນຸ ລັກໝີແພນດາ”, ຖະໜອມຫວງແຫນ ແລະ ນຳໃຊ້ດິນທຸກຕອນໃຫ້ເກີດ ປະສິດທິຜົນທີ່ດີ, ເຮັດຄືແນວນີ້, ຄົນຈີນຈຶ່ງຈະສາມາດຈັບຖ້ວຍເຂົ້າໄວ້ຢູ່ໃນມື ຂອງຕົນໃຫ້ແໜ້ນໄດ້.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ