ປີນີ້ຂະບວນລົດໄຟຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນໄດ້ຂົນສົ່ງສິນຄ້າຫຼາຍກວ່າ 5 ແສນຕູ້ຄອນເທນເນີມາດຕະຖານ

2024-08-02 10:59:35 cri

ແຫຼ່ງຂ່າວຈາກກຸ່ມບໍລິສັດນານນິງທາງລົດໄຟຈີນຈຳກັດໃຫ້ຮູ້ວ່າ: ນັບມາຮອດວັນທີ 2 ສິງຫານີ້, ຂະບວນລົດໄຟຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນໄດ້ຂົນສົ່ງສິນຄ້າຫຼາຍກວ່າ 5 ແສນຕູ້ຄອນເທນເນີມາດຕະຖານ ເຊິ່ງເປັນລະດັບສູງສຸດເມື່ອທຽບໃສ່ໄລຍະດຽວກັນຂອງທຸກປີທີ່ຜ່ານມາ. ໃນໄລຍະ 5 ປີຜ່ານມາ, ຂະບວນລົດໄຟຕາມຊ່ອງທາງໃໝ່ທາງບົກແລະທາງທະເລພາກຕາເວັນຕົກຂອງຈີນໄດ້ຂົນສົ່ງສິນຄ້າລວມທັງໝົດຫຼາຍກວ່າ 3,1 ລ້ານຕູ້ຄອນເທນເນີມາດຕະຖານ ເຊິ່ງໄດ້ກາຍເປັນຊ່ອງທາງຈໍລະຈອນສິນຄ້າຄຳທີ່ໝັ້ນຄົງ ທີ່ໄດ້ແລ່ນຜ່ານພາກຕາເວັນຕົກສຽງໃຕ້ຂອງຈີນ ພ້ອມທັງກາຍເປັນສິ່ງຄ້ຳປະກັນທີ່ແຂງແຮງໃຫ້ແກ່ການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງພາກຕາເວັນຕົກ, ຮັບໃຊ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ແລະ ສ້າງສະພາບການພັດທະນາໃໝ່ຂອງຈີນ.