ເສດຖະກິດຈີນເຕີບໂຕຢ່າງແຂງແຮງ ແລະ ກຳລັງການຜະລິດໃນຄຸນນະພາບໃໝ່ໄດ້ເຕີບໃຫຍ່ຂະຫຍາຍຕົວໄວກວ່າເກົ່າ

2024-08-02 14:36:10 cri

ຕອນເຊົ້າວັນທີ 1 ສິງຫານີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວພາຍໃຕ້ຫົວຂໍ້ “ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ”. ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນກ່າວວ່າ: ລະບົບຄຸ້ມຄອງເສດຖະກິດມະຫາພາກຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ປັດໄຈທີ່ຕັ້ງໜ້າ ແລະ ເງື່ອນໄຂທາງບວກໃນການພັດທະນາເສດຖະກິດ ໄດ້ສະສົມຫຼາຍຂຶ້ນເລື້ອຍໆ.


ອີງຕາມຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ກຳລັງຕົວຈິງດ້ານເສດຖະກິດຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ເປັນກຳລັງຂັບເຄື່ອນໃຫຍ່ທີ່ສຸດສຳລັບການເຕີບໂຕຂອງເສດຖະກິດໂລກມາໂດຍຕະຫຼອດໃນຫຼາຍປີຜ່ານມາ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ເສດຖະກິດຈີນໄດ້ເຕີບໂຕຢ່າງແຂງແຮງ ແລະ ມີຄຸນນະພາບດີຂຶ້ນເປັນກ້າວໆ, ຕົ້ນຕໍແມ່ນສະແດງໃຫ້ເຫັນຢູ່ບ່ອນວ່າ: ກຳລັງການຜະລິດໃນຄຸນນະພາບໃໝ່ໄດ້ເຕີບໃຫຍ່ຂະຫຍາຍຕົວໄວກວ່າເກົ່າ, ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳໄດ້ເລັ່ງໄວຂຶ້ນ ແລະ ກຳລັງຂັບເຄື່ອນເກົ່າໄດ້ຫັນເປັນກຳລັງຂັບເຄື່ອນໃໝ່ໄວຂຶ້ນ. ເມື່ອຕີລາຄາສະພາບການໃນ 6 ເດືອນທ້າຍປີນີ້ແລ້ວເຫັນວ່າ: ນະໂຍບາຍແລະມາດຕະການສຳຄັນຕ່າງໆພວມໄດ້ຮັບການຈັດຕັ້ງປະຕິບັດໄວຂຶ້ນ, ການກໍ່ສ້າງໂຄງການຕ່າງໆ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຢ່າງວ່ອງໄວ.