ຈີນຍິງສົ່ງດາວທຽມວົງໂຄຈອນສູງທີ່ໃຊ້ທາງອິນເຕີເນັດຢ່າງສຳເລັດຜົນ

2024-08-02 10:52:39 cri

ເວລາ 21 ໂມງ 14 ນາທີຂອງວັນທີ 1 ສິງຫາ 2024, ຈີນໄດ້ຍິງສົ່ງດາວທຽມວົງໂຄຈອນສູງທີ່ໃຊ້ທາງອິນເຕີເນັດຜ່ານດາວທຽມຢ່າງສຳເລັດຜົນ ດ້ວຍຈະຫຼວດສົ່ງຍານ CZ-3B ຢູ່ສູນຍິງສົ່ງດາວທຽມຊີຊາງ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນຢ່າງສຳເລັດຜົນ ແລະ ພາລະກິດຍິງສົ່ງແມ່ນປະສົບຜົນສຳເລັດຢ່າງຈົບງາມ.