ຍອດປະລິມານເຄື່ອງອຸປະໂພກ-ບໍລິໂພກຂອງຈີນມີຫຼາຍກວ່າ 200 ລ້ານຊະນິດ ແລະ ເປັນອັນດັບໜຶ່ງຂອງໂລກ

2024-08-02 15:17:40 cri

ການສະຖິຕິຂອງອົງການຕິດຕາມຄຸ້ມຄອງຕະຫຼາດແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນມິຖຸນາປີ 2024, ຍອດປະລິມານເຄື່ອງອຸປະໂພກ-ບໍລິໂພກ ທີ່ນຳໃຊ້ບາໂຄດສິນຄ້າ ທີ່ໄດ້ລົງທະບຽນຂອງຈີນມີຫຼາຍກວ່າ 200 ລ້ານຊະນິດ, ເມື່ອທຽບໃສ່ຕົວເລກຂໍ້ມູນສະຖິຕິຂອງລະບົບໂຄດເຄື່ອງຂອງໂລກ ຫຼື GS1 ແລ້ວເຫັນວ່າ: ປະລິມານເຄື່ອງອຸປະໂພກ-ບໍລິໂພກຂອງຈີນໄດ້ກາຍເປັນອັນດັບໜຶ່ງຂອງໂລກ.