ປະທານາທິບໍດີຕີມໍແລັດສະເຕ: ປະເທດທີ່ພັດທະນາແລ້ວຄວນສະໜັບສະໜູນປະເທດພວມພັດທະນາຫັນປ່ຽນດ້ານພະລັງງານ ແຕ່ບໍ່ແມ່ນຊີ້ໄມ້ຊີ້ມືບົງການ

2024-08-02 10:59:28 CRI


ຕອນເຊົ້າວັນທີ28ກໍລະກົດ2024, ທ່ານ ໂຈເຊ ຣາມົສ ໂອຕາ ປະທານາທິບໍດີຕີມໍແລັດສະເຕ ໄດ້ເດີນທາງໄປເຖິງນະຄອນຫຼວງປັກກິ່ງ ເພື່ອດຳເນີນການຢ້ຽມຢາມຈີນທາງລັດຖະກິດເປັນເວລາ4ວັນ ເຊິ່ງເປັນເທື່ອທຳອິດທີ່ປະທານາທິບໍດີຕີມໍແລັດສະເຕເດີນທາງໄປຢ້ຽມຢາມຈີນທາງລັດຖະກິດນັບຕັ້ງແຕ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນຕົ້ນມາ.


ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼືCMG, ທ່ານ ໂຈເຊ ຣາມົສ ໂອຕາ ປະທານາທິບໍດີຕີມໍແລັດສະເຕກ່າວວ່າ: ຄົນປະເທດຕາເວັນຕົກຈຳນວນໜຶ່ງຄືຊິຫຼົງລືມແລ້ວວ່າ ແມ່ນເປັນຍ້ອນປະເທດຕາເວັນຕົກນຳໃຊ້ພະລັງງານທີ່ບໍ່ແມ່ນພະລັງງານໝູນວຽນເຊັ່ນ ຖ່ານຫີນ ເປັນຕົ້ນຢ່າງເກີນຂະໜາດນັ້ນເອງ ຈຶ່ງເຮັດໃຫ້ໜ່ວຍໂລກຂອງພວກເຮົາປະສົບກັບຄວາມເສຍຫາຍຢ່າງໜັກໜ່ວງ. ໃນການປະຕິວັດອຸດສາຫະກຳ, ຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດແມ່ນປະເທດຕາເວັນຕົກ, ພວກເຂົາຜ່ານຈາກການຂຸດຄົ້ນບໍ່ຖ່ານຫີນ, ຕັດໄມ້ທຳລາຍປ່າ ແລະຮູບການອື່ນໆ ເຊິ່ງເຮັດໃຫ້ຕົນເອງກາຍເປັນຜູ້ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ. ດ້ວຍເຫດນີ້, ປະເທດຕາເວັນຕົກຄວນນຳໃຊ້ຊັບສິນຂອງພວກເຂົາມາສ້າງສາໜ່ວຍໂລກຄືນໃໝ່ ແຕ່ບໍ່ແມ່ນຊີ້ໄມ້ຊີ້ມືບົງການປະເທດໂລກທີສາມຄືພວກເຮົາພຽງຢ່າງດຽວເທົ່ານັ້ນ. ຈົນມາເຖິງທຸກມື້ນີ້, ພວກເຮົາໄດ້ເຫັນການເປິກສາຫາລື ແລະ ໃຫ້ຄຳໝັ້ນສັນຍາຫຼາຍເກີນໄປແລ້ວ, ແຕ່ເງິນທຶນທີ່ສະໜອງໃຫ້ປະເທດຢູ່ເຂດໂລກໃຕ້ເພື່ອຫັນປ່ຽນດ້ານພະລັງງານຢ່າງແທ້ຈິງນັ້ນຊ້ຳພັດມີໜ້ອຍທີ່ສຸດ. ເຖິງຈະມີເງິນທຶນທີ່ຕອບສະໜອງໃຫ້ກໍຕາມ, ແຕ່ຊ້ຳພັດຕ້ອງຜ່ານຂັ້ນຕອນທີ່ສະຫຼັບສັບຊ້ອນ ແລະມີລັດທິອາຍາສິດອີກ, ເງື່ອນໄຂເພີ່ມເຕີມ ແລະ ລັດທິອາຍາສິດຂອງປະເທດຕາເວັນຕົກໄດ້ເພີ່ມຄວາມຫຍຸ້ງຍາກຫຼາຍທີ່ສຸດໃຫ້ແກ່ພວກເຮົາໂດຍບໍ່ສາມາດມີຄວາມຄືບໜ້າໃນດ້ານນີ້ໄດ້.