ທ່ານສີຈິ້ນຜິງປະກອບຄຳເຫັນອັນສຳຄັນໃນການຮ່ຳຮຽນລວມໝູ່ຄັ້ງທີ 16 ຂອງກົມການເມືອງສູນກາງພັກຄອມມູນິດຈີນ

2024-08-03 11:13:11 cri

ຕອນບ່າຍວັນທີ 30 ກໍລະກົດນີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດການຮ່ຳຮຽນລວມໝູ່ຄັ້ງທີ 16 ກ່ຽວກັບການຊຸກຍູ້ການກໍ່ສ້າງກຳລັງປ້ອງກັນຊາຍແດນ, ທະເລ ແລະ ອາກາດທີ່ທັນສະໄໝ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານຂອງການຮ່ຳຮຽນໃນຄັ້ງນີ້. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການຊຸກຍູ້ການກໍ່ສ້າງກຳລັງປ້ອງກັນຊາຍແດນ, ທະເລ ແລະ ອາກາດທີ່ທັນສະໄໝ ເປັນຄວາມຮຽກຮ້ອງຕ້ອງການພາຍໃນຂອງການຫັນເປັນທັນສະໄໝຂອງການປ້ອງກັນປະເທດ ແລະ ກອງທັບ, ເປັນເນື້ອໃນທີ່ສົມເຫດສົມຜົນໃນການຮັບປະກັນການພັດທະນາໃນຄຸນນະພາບສູງດ້ວຍຄວາມໝັ້ນຄົງໃນລະດັບສູງ ເຊິ່ງມີຄວາມໝາຍສຳຄັນຕໍ່ການຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເປັນທິດຊີ້ນຳ, ຖືເອົາສະພາບລວມທາງຍຸດທະສາດຄວາມໝັ້ນຄົງແຫ່ງຊາດ ແລະ ຍຸດທະສາດການທະຫານເປັນຈຸດຢືນ, ວາງແຜນຢ່າງເປັນເອກະພາບກັນກ່ຽວກັນສະພາບລວມພາຍໃນປະເທດ ແລະ ສາກົນ, ກຳໄດ້ສະພາບການໃໝ່, ຈຸດພິເສດໃໝ່ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ຂອງການປ້ອງກັນຊາຍແດນ, ທະເລ ແລະ ອາກາດ, ເພີ່ມທະວີຄວາມຮັບຜິດຊອບດ້ານພາລະໜ້າທີ່ຂອງຕົນ, ປະດິດສ້າງໃໝ່ດ້ານແນວຄິດ ແລະ ມາດຕະການ, ຈັດຕັ້ງປະຕິດບັດວຽກງານຢ່າງເຂັ້ມງວດ, ພະຍາຍາມສ້າງການປ້ອງກັນຊາຍແດນ, ທະເລ ແລະ ອາກາດອັນທັນສະໄໝທີ່ເຂັ້ມແຂງ ແລະ ໝັ້ນທ່ຽງ.